• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະໂຫລານຮູບເງົາອາຊຽນຢູ່ສຳນັກງານສະຫະປະຊາຊາດຢູ່ເຊີແນວ

ພາບ​ປະ​ກອບ
      ງານ​ມະ​ໂຫລານ​ຮູບ​ເງົາ ອາ​ຊຽນ ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 27/3/2017 ຢູ່ ສຳ​ນັກ​ງານ ສ​ປ​ຊ ຢູ່ ນະ​ຄອນ ເຊີ​ແນວ ປະ​ເທດ ສະ​ວິດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ Evan P. Garcia, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫົວ​ຫ​ນ້າ​ຄະ​ນະ​ຜູ້​ຕາງ​ຫ​ນ້າ ຟີ​ລີບ​ປີນ ປະ​ຈຳ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນ ຢູ່ ເຊີ​ແນວ ໄດ້​ເນັ້ນ​ຫ​ນັກ​ວ່າ: ພື້ນ​ຖານ​ຮູບ​ເງົາ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ພວມ​ມີ​ຫລາຍ​ກາ​ລະ​ໂອ​ກາດ​ອອກ​ສູ່​ໂລກ. ບັນ​ດາ​ປະ​ເທດ ອາ​ຊຽນ ພວມ​ແມ່ນ​ຈຸດນ​ັດ​ພົບ​ດູດ​ດື່ມ​ບັນ​ດາ​ນັກ​ຜະ​ລິດ​ຮູບ​ເງົາ​ໂລກ ດ້ວຍ​ທັດ​ສະ​ນີ​ຍະ​ພາບ​ເປັນ​ຫ​ນ້າ​ປະ​ທັບ​ໃຈ​ຂອງ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື ພື້ນ​ຖານ​ເສດ​ຖະ​ກິດ​ວັດ​ທະ​ນາ​ຖາ​ວອນ. ງານ​ມະ​ໂຫລານຮູບ​ເງົາຄັ້ງນີ້ ໄດ້​ສາຍ​ຮູບ​ເງົາ​ຂອງ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ເພື່ອ​ແນ​ໃສ່​ພັນ​ລະ​ນາ​ໃຫ້​ເຫັນ​ສະ​ພາບ​ການ​ພື້ນ​ຖານ​ຮູບ​ເງົາ​ບັນ​ດາ​ປະ​ເທດ ອາ​ຊຽ​ນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top