• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມລັດຖະມົນຕີການເງິນ ອາຊຽນ ຢູ່ ໄທ

      ບັນດາປະເທດ ອາຊຽນ ຄວນສາມັກຄີ, ຮ່ວມມືກັນເພື່ອພິສູດໃຫ້ໂລກເຫັນວ່າບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ ຈະສ້າງການຫັນປ່ຽນຢ່າງຕັ້ງໜ້າໃຫ້ແກ່ພື້ນຖານເສດຖະກິດໂລກ.

ທ່ານ ດີງຕ໊ຽນຢູງ ລັດຖະມົນຕີກະຊວງການເງິນ ຫວຽດນາມ
      ຕອນເຊົ້າວັນທີ 5 ເມສາ, ຢູ່ ນະຄອນ ຊຽງຣາຍ, ປະເທດ ໄທ, ໄດ້ໄຂກອງປະຊຸມລັດຖະມົນຕີການເງິນສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 23 (AFMM) ຂຶ້ນຢ່າງເປັນທາງການ. ມີຜູ້ແທນ ປະມານ 300 ທ່ານທີ່ມາຈາກ 10 ປະເທດ ອາຊຽນ, ແລະ ບັນດາປະເທດອາຊີຕາເວັນອອກ, ອາເມລິກາ ແລະ ເອີລົບເຂົ້າຮ່ວມກອງປະຊຸມດັ່ງກ່າວ. ທ່ານ ດີງຕ໊ຽນຢູງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ອະພິສັກ ຕັນຕິວໍລາວົງ ລັດຖະມົນຕີກະຊວງການເງິນ ໄທ ເນັ້ນໜັກວ່າ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນແຜນການສັງລວມ ສ້າງປະຊາຄົມເສດຖະກິດ ອາຊຽນ ASEAN 25 (AEC Blueprint 2025)ໃຫ້ສຳເລັດຜົນ, ບັນດາປະເທດ ອາຊຽນ ຄວນສາມັກຄີ, ຮ່ວມມືກັນເພື່ອພິສູດໃຫ້ໂລກເຫັນວ່າບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ ຈະສ້າງການຫັນປ່ຽນຢ່າງຕັ້ງໜ້າໃຫ້ແກ່ພື້ນຖານເສດຖະກິດໂລກ. ຕາມວາລະກອງປະຊຸມ, ບັນດາລັດຖະມົນຕີ ກະຊວງການເງິນ ອາຊຽນ ຈະເນັ້ນໜັກເຖິງການຮ່ວມມືນຳໃຊ້ສະກຸນເງິນພາຍໃນກຸ່ມໃນການລົງທຶນ, ແກ້ໄຂການຂັດແຍ້ງດ້ານການຄ້າ, ການຊຳລະເງິນທາງເອເລັກໂຕນິກລະຫວ່າງບັນດາປະເທດ, ການຕິດຕາມກວດກາຊັບສົມບັດທາງດີຈີຕອນ ແລະ ກາຮັບປະກັນຄວາມປອດໄພທາງອີນເຕີແນັດໃນບັນດາການທຳທຸລະກຳທາງການເງິນ. ບັນດາຂົງເຂດການຮ່ວມມືທີ່ເປັນຈຸດສຸມຄື: ກຳລັງຄວາມສາມາດໃນການເຊື່ອມຕໍ່, ພັດທະນາແບບຍືນຍົງ ແລະ ມີລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງຄາດວ່າຈະໄດ້ຍົກອອກມາປຶກສາຫາລື, ບັນດາຝ່າຍຈະປຶກສາຫາລືກ່ຽວກັບການຜັນຂະຫຍາຍຄວາມສາມາດໃນການເຊື່ອມຕໍ່ດ້ານການເງິນ, ການຊຳລະ ແລະ ການບໍລິການ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຊຳລະການຄ້າແບບເອເລັກໂຕນິກພາຍໃນກຸ່ມ.
            ຕອນບ່າຍວັນດຽວກັນ, ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 5 (AFMGM) ກໍ່ໄດ້ດຳເນີນຢູ່ສະຖານທີ່ດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top