• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດກ່ຽວກັບທຸລະກິດ ຫວຽດນາມ

      ດ້ວຍຫົວຂໍ້ວ່າ “ຫວຽດນາມ - ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈ”, ກອງປະຊຸມສຸດຍອດກ່ຽວກັບທຸລະກິດ ຫວຽດນາມ ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 7 ພະຈິກ ແມ່ນເຫດການສາກົນສຳຄັນໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017 ທີ່ຈັດຕັ້ງຢູ່ນະຄອນ ດ່ານັ້ງ. 

ກອງປະຊຸມໄຂຂຶ້ນໃນວັນທີ 7 ພະຈິກ
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ກອງປະຊຸມ. ກອງປະຊຸມຍັງມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ, ຕາງໜ້າບັນດາອົງການສາກົນທີ່ມີອິດທິພົນຊື່ສຽງ, ບັນດານັກຮຽນຮູ້ ພ້ອມກັບການນຳວິສາຫະກິດພາກພື້ນ ອາຊີ - ປາຊີຟິກ ແລະ ສາກົນ ນັບຮ້ອຍຄົນ.
        ກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ບັນດານັກລົງທຶນສາກົນຊອກຮູ້ກ່ຽວກັບນະໂຍບາຍເສດຖະກິດ ແລະ ພັດທະນາຂະແໜງການ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມື ດຳເນີນທຸລະກິດຢູ່ ຫວຽດນາມ. ໃນຂອບເຂດກອງປະຊຸມ ມີບັນດາວາລະປະຊຸມຫົວເລື່ອງສະເພາະຄື: ການກະສິກຳສະຫຼາດ; ການບໍລິການການເງິນ; ສາທາລະນະສຸກ ແລະ ການສຶກສາ…
        ກ່ອນໜ້ານັ້ນ, ວັນທີ 6 ພະຈິກ, ໃນມື້ເຮັດວຽກທຳອິດຂອງກອງປະຊຸມສະຫລຸບບັນດາເຈົ້າໜ້າທີ່ອາວຸໂສ APEC (CSOM), ບັນດາເຈົ້າໜ້າທີ່ອາວຸໂສ ໄດ້ສະຫລຸບບັນດາໝາກຜົນແຫ່ງການຮ່ວມມືຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານເພື່ອແນໃສ່ ຫັນຫົວຂໍ້ປີ APEC 2017 “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ເປັນລະອຽດ ແລະ 4 ບຸລິມະສິດຮ່ວມມືລວມມີ: ຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ; ຍູ້ແຮງການຮ່ວມສຳພັນເສດຖະກິດ ພາກພື້ນໃຫ້ເລິກເຊິ່ງ, ກ້ວາງຂວາງ; ຍົກສູງກຳລັງແກ່ງແຍ້ງ, ມີຫົວຄິດປະດິດສ້າງຂອງວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງໃນສັງກາດ ດີຈີຕອນ; ເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
 (ແຫຼ່ງຄັດຈາກ VOV)
 
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top