• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ຊຸດທີ XII

      ຕອນເຊົ້າວັນທີ 04 ຕຸລາ, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຊຸດທີ XII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ ນະຄອນຫຼວງຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ເປັນປະທານກອງຊຸມ. 
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນໄຂກອງປະຊຸມ
      ທີ່ກອງປະຊຸມນີ້, ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບ: ສະພາບເສດຖະກິດ - ສັງຄົມ ແລະ ການເງິນ - ງົບປະມານ ປີ 2017, ແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນການເງິນ - ງົບປະມານ ປີ 2018; ເພີ່ມທະວີວຽກງານປ້ອງກັນ, ດູແລເບິ່ງແຍງ, ຍົກສູງສຸຂະພາບຂອງປະຊາຊົນ ແລະ ວຽກງານປະຊາກອນໃນສະພາບການໃໝ່; ສືບຕໍ່ປ່ຽນໃໝ່ລະບົບການຈັດຕັ້ງ ແລະ ການຄຸ້ມຄອງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາຫົວໜ່ວຍພາກລັດ; ບາງບັນຫາກ່ຽວກັບການສືບຕໍ່ປ່ຽນໃໝ່, ຊັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງຢ່າງກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ມີປະສິດທິຜົນ ແລະ ບາງວຽກງານສຳຄັນອື່ນ.
        ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳເຫັນເຈາະຈີ້ມ, ໃຫ້ເອົາໃຈໃສ່ຕື່ມບາງບັນຫາເພື່ອໃຫ້ສູນກາງເອົາໃຈໃສ່ໃນວິວັດການປຶກສາຫາລື, ພິຈາລະນາ, ຕັດສິນໃຈ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ເນື້ອໃນຂອງກອງປະຊຸມສູນກາງພັກຄັ້ງນີ້ແມ່ນເຕື້ອງເຖິງຫຼາຍບັນຫາກວ້າງຂວາງ, ທັງເປັນພື້ນຖານທັງຮີບດ່ວນ, ກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມໃນທຸກໆປີ, ປ່ຽນໃໝ່ການພັດທະນາສັງຄົມ, ປ່ຽນໃໝ່ດ້ານການເມືອງແບບຄົບຊຸດກັບການປ່ຽນໃໝ່ການພັດທະນາເສດຖະກິດ ຕາມເນື້ອໃນຈິດໃຈມະຕິຕົກລົງຂອງກອງປະ-5,ໃຫຍ່ ຄັ້ງທີ XII ຂອງພັກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top