
ໄຂກອງປະຊຸມສຳມະນາທິດສະດີຄັ້ງທີ12ລະຫວ່າງ
ພັກກອມມູນິດຫວຽດນາມແລະພັກກອມມູນິດຈີນ
(ພາບ: vtv)
ຕອນເຊົ້າວັນທີ 23/12 ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມສຳມະນາທິດສະດີຄັ້ງທີ 12 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ ດ້ວຍຫົວຂໍ້ວ່າ “ກໍ່ສ້າງພັກໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນ - ສິ່ງທ້າທາຍ, ບົດຮຽນຂອງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ”.ພັກກອມມູນິດຫວຽດນາມແລະພັກກອມມູນິດຈີນ
(ພາບ: vtv)
ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຳມະນາ, ທ່ານ ຟ້າມມີງຈີງ ຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ແນະນຳທັດສະນະຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ບັນດາໂອກາດ, ສິ່ງທ້າທາຍພວມວາງອອກສຳລັບວຽກງານກໍ່ສ້າງພັກໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ; ລົງເລິກເຂົ້າໃນການໄຈ້ແຍກ, ສະຫລຸບບັນດາບົດຮຽນ ແລະ ແຜນນະໂຍບາຍ, ມາດຕະການຂອງພັກກອມມູນິດ ຫວຽດນາມ ໃນເລື່ອງເພີ່ມທະວີການປັບປຸງ, ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ.
ກ່າວຄຳເຫັນທີ່ວາລະປະຊຸມທ່ານ ລືວຈີ໋ປາວ ກຳມະການກົມການເມືອງ, ເລຂາຄະນະເລຂາ, ຫົວໜ້າຄະນະໂຄສະນາສູນກາງ, ຫົວໜ້າຄະນະຜູ້ແທນພັກກອມມູນິດ ຈີນ ໄດ້ສຸມໃສ່ແນະນຳທັດສະນະ, ຄວາມຮັບຮູ້ ແລະ ບັນດາບົດຮຽນຂອງພັກກອມມູນິດ ຈີນ ໃນວຽກງານການເມືອງແນວຄິດ, ຍົກສູງກຳລັງຄວາມສາມາດກຳອຳນາດຂອງພັກ, ກໍ່ສ້າງແບບແຜນຊື່ສັດບໍລິສຸດ, ໃກ້ຊິດກັບປະຊາຊົນ, ປ້ອງກັນຕ້ານການສໍ້ລາດບັງຫລວງ, ເພີ່ມທະວີການຄຸ້ມຄອງພັກຮອບດ້ານຢ່າງເຂັ້ມງວດ, ເສີມຂະຫຍາຍບົດບາດເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນພະນັກງານການນຳທຸກຂັ້ນ.
(ແຫຼ່ງຄັດຈາກ VOV)