• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ COVID-19: ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ໄດ້​ປະ​ກາດ​ປະ​ຫວັດ​ການ​ເດີນ​ທາງ ແລະ ທີ່​ຢູ່​ຊົ່ວ​ຄາວ​ຂອງ​ຄົນ​ເຈັບ​ທີ 17

ກ່ຽວຂ້ອງເຖິງກໍລະນີຄົນເຈັບຍິງ ຕິດເຊື້ອໄວຣັດ SARS-CoV-2 ຢູ່ຮ່າໂນ້ຍ ເຊິ່ງໄດ້ກວດພົບເຫັນເມື່ອວັນທີ 6 ມີນາ ພາຍຫຼັງໄດ້ເດີນທາງໄປທ່ອງທ່ຽວຢູ່ບາງປະເທດເອີຣົບ, ກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງໃຫ້ບັນດາສະຖານທູດຝລັ່ງ, ອີຕາລີ ແລະ ອັງກິດ ຮັບຊາບແລ້ວ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ວັນທີ 7 ມີນາ, ກ່ຽວຂ້ອງເຖິງຄົນເຈັບຕິດພະຍາດ COVID-19 ເຊິ່ງຫາກໍຖືກກວດພົບຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ກ່ຽວຂ້ອງເຖິງກໍລະນີຄົນເຈັບຍິງ ຕິດເຊື້ອໄວຣັດ SARS-CoV-2 ຢູ່ຮ່າໂນ້ຍ ເຊິ່ງໄດ້ກວດພົບເຫັນເມື່ອວັນທີ 6 ມີນາ ພາຍຫຼັງໄດ້ເດີນທາງໄປທ່ອງທ່ຽວຢູ່ບາງປະເທດເອີຣົບ, ກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງໃຫ້ບັນດາສະຖານທູດຝລັ່ງ, ອີຕາລີ ແລະ ອັງກິດ ຮັບຊາບແລ້ວ; ຊີ້ນໍາສະຖານທູດຫວຽດນາມ ປະຈຳ ປາຣີ, ລອນດອນ ແລະ Rome ແລກປ່ຽນກັບບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ມີສ່ວນກ່ຽວຂ້ອງຂອງປະເທດປະຈຳຖິ່ນ ກ່ຽວກັບປະຫວັດການໄປມາ ແລະ ທີ່ຢູ່ຊົ່ວຄາວຂອງຄົນເຈັບ ເມື່ອພັກເຊົາຢູ່ອັງກິດ, ພ້ອມທັງແຈ້ງໃຫ້ບັນດາປະເທດທີ່ມີພົນລະເມືອງຮ່ວມເດີນທາງກັບຖ້ຽວບິນ ເພື່ອປະຕິບັດບັນດາມາດຕະການແກ້ໄຂຢ່າງເໝາະສົມ ເພື່ອສະກັດກັ້ນການແຜ່ລະບາດໃນວົງຄະນະຍາດ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top