• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19: ສະພາບການໂລກລະບາດໃນຕອນເຊົ້າວັນທີ 21 ກໍລະກົດ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ກໍລະກົດ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 192,2 ລ້ານຄົນ, ໃນນັ້ນ ມີກວ່າ 4,1 ລ້ານຄົນເສຍຊີວິດ.
            ອາເມລິກາ ຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຫຼາຍກວ່າ 35 ລ້ານຄົນ, ໃນນັ້ນມີເກືອບ 625.000 ຄົນເສຍຊີວິດ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.
        ສ່ວນຢູ່ ອາຊີ, ອິນໂດເນເຊຍ ຍັງແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດ. ກະຊວງສາທາລະນະສຸກ ອິນໂດເນເຊຍ ແຈ້ງໃຫ້ຊາບວ່າ ປະເທດນີ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 38.300 ຄົນ ແລະ ມີກວ່າ 29.700 ຄົນ ເສຍຊີວິດໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໄລ່ຮອດປັດຈຸບັນ, ອິນໂດເນເຊຍ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 2,9 ລ້ານຄົນ, ໃນນັ້ນ ມີເກືອບ 75.000 ຄົນເສຍຊີວິດ.
ການເກັບຕົວຢ່າງກວດຫາເຊື້ອຢູ່ແຂວງ ບິ່ງດິ້ງ, ຫວຽດນາມ
      ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 18 ໂມງ 30 ນາທີ ຂອງວັນທີ 20 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 21 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອິກ 2.787 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 1.739 ຄົນ.
        ໄລ່ຮອດຕອນເຊົ້າວັນທີ 21 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 65.607 ຄົນ, ໃນນັ້ນ ມີ 11.443 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top