• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ໄດ້ຮັບການຄວບຄຸມ

      ຕອນບ່າຍວັນທີ 20 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະປະຈຸບັນ.

 ໂລກລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ໄດ້ຮັບການຄວບຄຸມ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແທງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ, ສະພາບການໂລກລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ໄດ້ຮັບການຄວບຄຸມ ດ້ວຍຈຳນວນຜູ້ເຊື້ອໂຄວິດ-19 ໃນໄລຍະມໍ່ໆມານີ້ຄ່ອຍໆຫລຸດລົງ.
        ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງສາທາລະນະສຸກກໍ່ໃຫ້ຮູ້ວ່າ: ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນຢູ່ຫລາຍປະເທດໃນໂລກ, ບັນຫາຄົ້ນຄວ້າ, ຜະລິດວັກຊິນປ້ອງກັນ ບໍ່ພຽງແຕ່ໄດ້ຮັບຄວາມເອົາໃຈໃສ່, ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາອົງການຈັດຕັ້ງ, ປະເທດຕ່າງໆໃນໂລກເທົ່ານັ້ນ. ນັບແຕ່ຫົວທີ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການຄົ້ນຄວ້າ ແລະ ພັດທະນາວັກຊິນຢູ່ພາຍໃນປະເທດ. ປະຈຸບັນ, ຫວຽດນາມ ມີ 4 ນັກຜະລິດພາຍໃນປະເທດພວມຄົ້ນຄວ້າວັກຊິນປ້ອງກັນໂຄວິດ-19.

ໂປແກຼມ Bluezone ມີການດາວໂຫຼດຫລາຍກ່ວາ 20 ລ້ານເທື່ອແລ້ວ (ພາບ: baolangson.vn)
      ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕາມການສະຖິຕິຂອງກົມຄອມພິວເຕີ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ໄລ່ຮອດເວລາ 11 ໂມງຂອງວັນທີ 20 ສິງຫາ, ໂປແກຼມ Bluezone ມີການດາວໂຫຼດຫລາຍກ່ວາ 20 ລ້ານເທື່ອແລ້ວ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top