• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກມີຜູ້ຕິດເຊື້ອໂຄວິດ-19 ລື່ນກາຍ 5 ລ້ານຄົນ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 7 ໂມງ 30 ນາທີ, ວັນທີ 21 ພຶດສະພາ, ໂລກມີຜູ້ຕິດໄວຣັດ SARS-CoV-2 ທັງໝົດແມ່ນມີ 5.082.484 ຄົນ, ໃນນັ້ນ ມີ 329.268 ຄົນເສຍຊີວິດ. 

ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 2.020.151 ຄົນ.

        ອາເມລິກາ ພວມແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່ຈາກໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.591.575 ຄົນ ແລະ ມີ 94.960 ຄົນເສຍຊີວິດ, ຖັດມາແມ່ນປະເທດ ລັດເຊຍ, ບຣາຊິນ, ແອັດສະປາຍ ແລະ ອັງກິດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ເປີດກວ້າງ​ໃນ​ການ​ສະ​ກັດ​ກັ້ນ, ຍູ້​ ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດໃຫ້​ຖອຍໄປ

ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ເປີດກວ້າງ​ໃນ​ການ​ສະ​ກັດ​ກັ້ນ, ຍູ້​ ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດໃຫ້​ຖອຍໄປ

ທ່ານ ບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະ ບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ພວມປະເຊີນໜ້າກັບສິ່ງທ້າທາຍແບບໃໝ່ທີ່ນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນມີອາດຊະຍາກຳການຄ້າມະນຸດ.

Top