• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາຮູບພາບ ຫວຽດນາມ ຢູ່ ອີຕາລີ

ອຳນາດການປົກຄອງນະຄອນ ປາເລໂມ, ຂຶ້ນກັບເຂດປົກຄອງດ້ວຍຕົນເອງ ຊີກີລີ, ປະເທດ ອີຕາລີ ພ້ອມແລ້ວທີ່ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອີຕາລີ ເພື່ອຈັດຕັ້ງເຫດການວັນໂຄສະນາເຜີຍແຜ່ ຫວຽດນາມ ໃນໄລຍະເວລາໄວທີ່ສຸດ.

(ພາບປະກອບ)

ນີ້ແມ່ນໝາກຜົນຂອງການເຮັດວຽກລະຫວ່າງທ່ານເອກລັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ກາວຈີ໋ງທ້ຽນ ແລະ ເຈົ້າຄອງນະຄອນ ປາເລໂມ ທ່ານ Leoluca Orlando ໃນວັນທີ 05 ພຶດສະພາ. 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ເຫດການວັນໂຄສະນາເຜີຍແຜ່ ຫວຽດນາມ ຈະບໍ່ພຽງແຕ່ຢຸດຢູ່ການຈັດຕັ້ງບັນດາເຫດການພົບປະແລກປ່ຽນ, ສະແດງວັດທະນະທຳ, ສິລະປະເທົ່ານັ້ນ ຫາກຍັງມີການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກ ຫວຽດນາມ  ແລະ ນະຄອນ ປາເລໂມ ເວົ້າສະເພາະ, ເຂດປົກຄອງດ້ວຍຕົນເອງ ຊີກີລີ ເວົ້າລວມ.

        ສ່ວນເຈົ້າຄອງນະຄອນ ປາເລໂມ ທ່ານ Leoluca Orlando ຖືວ່າ: ນີ້ຈະແມ່ນບາດກ້າວບຸກທະລຸໃນການເປີດບັນດາກາລະໂອກາດຮ່ວມມືຕື່ມອີກ ກ່ຽວກັບທຸກຂົງເຂດລະຫວ່າງ 2 ປະເທດ ກໍ່ຄືໃຫ້ນະຄອນ ປາເລໂມ ເວົ້າສະເພາະ. ສ່ວນທ່ານເອກອັກຄະລັດຖະທູດ ກາວຈີ໋ງທ້ຽນ ຕີລາຄາວ່າ ໃນທ່າອ່ຽງແຫ່ງການພົວພັນຮ່ວມມືມິດຕະພາບພວມດີງາມທີ່ສຸດ, ເລື່ອງເພີ່ມທະວີຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນກໍ່ຄື ວັດທະນະທຳ, ການສຶກສາ ຈະປະກອບສ່ວນເຂົ້າໃນການປະຕິບັດ ແລະ ຫັນການພົວພັນດ້ານການເມືອງເປັນຕົວຈິງ ແລະ ລະອຽດ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕ່າງປະເທດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕ່າງປະເທດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຮຽກຮ້ອງໃຫ້ເອກອັກຄະລັດຖະທູດສອງທ່ານຈົ່ງປັບປຸງ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ Timor-Leste, ອັງໂກລາ ແລະ ບັນດາປະເທດຄວບຕຳແໜ່ງ.

Top