• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແອັດສະປາຍປາດຖະໜາຢາກຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ


ທ່ານ ​ຟ້າ​ມບີ​ງມິ​ງ ​ໃຫ້ການ​ຕ້ອນຮັບ ທ່ານ Ignacio Ybanez Rubio
(ພາບ: TTXVN)

      ຕອນ​ບ່າຍ​ວັນ​ທີ 10/01 ຢູ່ ຮ່າ​ໂນ້ຍ, ທ່ານ​ຮ​ອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ​ໃຫ້ການ​ຕ້ອນຮັບ ທ່ານ Ignacio Ybanez Rubio ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ ​ແລະ ຮັບຜິດຊອບ​ການຮ່ວມ​ມືຂອງ​ລາຊະ​ອານາຈັກ ​ແອັດ​ສະ​ປາຍ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ສະ​ເໜີ 2 ຝ່າຍ​​ເພີ່ມ​ທະວີ​ຊຸກຍູ້​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ​ເນັ້ນ​ໜັກ​ວ່າ ລັດຖະບານ ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແອັດ​ສະ​ປາຍ ​ເຄື່ອນ​ໄຫວສຳ​ເລັດ​ຜົນ ​ແລະ ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່າ​ນ ຟ້າ​ມບີ​ງມິ​ງ ສະ​ເໜີກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ແອັດ​ສະ​ປາຍ ​ໃນ​ປີ 2017 ຢ່າງ​ສຳ​ເລັດ​ຜົນ, ສ້າງທ່ວງ​ທ່າ​ໃໝ່ ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​​ໃຫ້ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.
        ສ່ວນ​ທ່ານ Ignacio Ybanez Rubio ລັດຖະມົນຕີ​​ກະຊວງ​ການ​ຕ່າງ​ປະ​ເທດ ​ແລະ ຮັບຜິດຊອບ​ການຮ່ວມ​ມືຂອງ​ລາຊະ​ອານາຈັກ ​ແອັດ​ສະ​ປາຍ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາຄູ່​ຮ່ວມ​ມືສຳຄັນ​ຂອງ ​ແອັດ​ສະ​ປາຍ ຢູ່​ພາກ​ພື້ນ; ​ແອັດ​ສະ​ປາຍ ​ເອົາ​ໃຈ​ໃສ່​​ເຖິງ​ການເພີ່ມ​ທະວີ​ການ​ມີໜ້າ​ຢູ່ ຫວຽດນາມ ​ໂດຍ​ຜ່ານ​ບັນດາ​ຂໍ້​ຕົກລົງ, ​ໂຄງການ​ຮ່ວມ​ມື​ໃໝ່, ພິ​ເສດ​ແມ່ນ​ເສດຖະກິດ, ຜ່ານ​ນັ້ນ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ເລິກ​ເຊິ່ງຕື່ມ​ອີກ. ທ່ານ Ignacio Ybanez Rubio ​ແບ່ງປັນ​ຄວາມ​ປາ​ດຖະໜາ​ວ່າ 2 ປະ​ເທດຈະ​ສືບ​ຕໍ່​ຊຸກຍູ້, ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື, ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ເຫດການ​ສ້າງ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ 2 ປະ​ເທດ​​ໃນ 40 ປີຜ່ານ​ມາ​​ໃຫ້​ສຳ​ເລັດ​ຜົນ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top