• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແພດໝໍກູບາພ້ອມແລ້ວທີ່ຈະມາຊ່ວຍ ຫວຽດນາມສະກັດກັ້ນໂລກລະບາດ Covid – 19

      ທ່ານນາງເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງປະເທດໃນການປ້ອງກັນ, ຕ້ານໂລກລະບາດ Covid – 19 ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ປະຕິບັດຄຳຊີ້ນຳຂອງການນຳຂັ້ນສູງສອງປະເທດໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ກູບາ. 

ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາປະຈຳຫວຽດນາມ
      ວັນທີ 7 ສິງຫາ, ໃນການຕອບຄຳສຳພາດຕໍ່ນັກຂ່າວ VOV, ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາປະຈຳຫວຽດນາມ ໄດ້ຢັ້ງຢືນວ່າ ໂດຍເລີ່ມມາຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ກູບາ ແລະ ຫວຽດນາມ ພວມຮ່ວມແຮງຮວມໃຈ,ພ້ອມກັນຮັບມືກັບໂລກລະບາດ Covid – 19. ກູບາພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມໃນການຄົ້ນຄ້ວາການຜະລິດບັນດາຢາປ້ອງກັນ, ຕ້ານໂລກລະບາດ Covid – 19ເວົ້າສະເພາະ ແລະ ບັນດາຢາປ້ອງກັນພະຍາດປະເພດອື່ນເວົ້າລວມ.
        ທ່ານນາງເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງປະເທດໃນການປ້ອງກັນ, ຕ້ານໂລກລະບາດ Covid – 19 ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ປະຕິບັດຄຳຊີ້ນຳຂອງການນຳຂັ້ນສູງສອງປະເທດໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ກູບາ. ການຮ່ວມມືໃນຂົງເຂດການແພດ, ການຢາກໄດ້ສ້າງແງ່ຫວັງໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ກູບາ.
        ກ່ອນໜ້ານັ້ນໃນວັນທີ 5 ສິງຫາ, ກູບາໄດ້ໜູນຊ່ວຍຫວຽດນາມຢາ interferon Alfa 2B  ນັບພັນໆຫຼອດ ໂດຍກູບາ ຜະລິດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top