• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳເຄືອຂ່າຍອິນເຕີແນັດພາຍໃນAIPAຢູ່ຫວຽດນາມ

      ຕອນ​ເຊົ້າ​ວັນ​ທີ 20/4, ​ທີ່ສຳ​ນັກ​ງານ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​ດຳ​ເນີນກອງ​ປະ​ຊຸມ​ແນະ​ນຳ​ເຄື​ອ​ຂ່າຍ​ອິ​ນ​ເຕີ​ແນັດ​ຂອງ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ (AIPA) ຢູ່​ຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ລາຍ​ການ​ແນະ​ນຳ​ເຄືອ​ຂ່າຍ​ອິນ​ເຕ​ີ​ແນັດ​ພາຍ​ໃນ AIPA ເຖິງ​ບັນ​ດາ​ລັດ​ຖະ​ສະ​ພາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ຄະ​ນະ​ເລ​ຂາ AIPA. ລະ​ບົບ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ພາຍ​ໃນ AIPA ໄດ້​ຮັບ​ການ​ສ້າງ​ຂຶ້ນ, ພັດ​ທະ​ນາ ດ້ວຍ​ຄາດ​ໝາຍ​ສ້າງ​ເຄື່ອ​ຂ່າຍ​ຂໍ້​ມູນ​ຂ່າ​ວ​ສານ​ເອ​ເລັກ​ໂຕ​ນິກ ເພື່ອ​ແບ່​ງ​ປັນ​ຄວາມ​ຮູ້ ແລະ ຂໍ້​ມູນ​ຂ່າວ​ເຖິງ​ບັນ​ດາ​ລັດ​ຖະ​ສະ​ພາ​ປະ​ເທດ​ສະ​ມາ​ຊິກ AIPA, ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ກົງ​ຈັກ​ຊ່ວຍ​ວຽກ​ໃຫ້​ແກ່​ລັດ​ຖະ​ສະ​ພາ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານ, ຄົ້ນ​ຄ້​ວາ ແລະ ທາບ​ທາມ​ຄຳ​ເຫັນ​ນະ​ໂຍ​ບາຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top