• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຕ່​ລະ​ທ້ອງ​ຖິ່ນ​ຕ້ອງ​ມີ​ຍຸດ​ທະ​ສາດ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 12 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄດ້ເປັນປະທານກອງປະຊຸມອອນລາຍຄະນະປະຈຳລັດຖະບານ ກັບບັນດາກະຊວງ, ຂະແໜງການ ແລະ 15 ທ້ອງຖິ່ນກ່ຽວກັບສະພາບການ ແລະ ບັນດາມາດຕະການໃໝ່ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ພວກເຮົາສາມາດຖອດຖອນຫຼັກສູດໃນການປ້ອງກັນ, ສະກັດກັ້ນໂລກລະບາດໄດ້ເປັນຢ່າງດີ ນັ້ນແມ່ນ ກວດພົບ - ກວດພົບໄວ, ແຍກຕົວ - ແຍກຕົວໄວ, ກວດຫາເຊື້ອ - ກວດຫາເຊື້ອໂດຍໄວໃນວົງກວ່າ”. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກໜູນຊ່ວຍບັນດາທ້ອງຖິ່ນປະຕິບັດກົດມາດຖານໂຮງໝໍປອດໄພຢ່າງເຂັ້ມງວດ, ບໍ່ປະໃຫ້ໂລກລະບາດລະເບີດຈາກຮາກຖານສາທາລະນະສຸກ, ພິເສດແມ່ນຕ້ອງມີຂັ້ນຕອນແກ້ໄຂບັນດາກໍລະນີຕິດເຊື້ອໂຄວິດ - 19 ທີ່ບັນລຸມາດຕະຖານ ເພື່ອສະກັດກັ້ນການແຜ່ລະບາດໃນຊຸມຊົນໄດ້ຢ່າງທັນການ. ສຳລັບບັນດາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ນຳວ່າ:

        “ແຕ່ລະທ້ອງຖິ່ນຕ້ອງຄິດອອກຍຸດທະສາດປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ ນັບທັງດ້ານເສດຖະກິດ ແລະ ສາທາລະນະສຸກ. ພວກເຮົາຕ້ອງຍົກສູງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ບໍ່ຄວນປະໝາດ, ຂາດສະຕິລະວັງຕົວ, ແຕ່ການປິດປະຕູຢ່າງເຄັ່ງຄັດໃນວົງກວ້າງນັ້ນ ບໍ່ພຽງແຕ່ເຮັດໃຫ້ທຸກການເຄື່ອນໄຫວເສດຖະກິດ - ສັງຄົມ ຖືກຢຸດສະຫງັກເທົ່ານັ້ນ ຫາກຍັງສົ່ງຜົນກະທົບເຖິງຈິດວິທະຍາ ແລະ ອາລົມຈິດຂອງຂອງປະຊາຊົນ ແລະ ສັງຄົມອີກດ້ວຍ. ແຕ່ລະທ້ອງຖິ່ນຕ້ອງມີສະຕິລະວັງຕົວ, ຮູ້ວິທີເຮັດທີ່ເໝາະສົມ, ບໍ່ຄວນຖືເບົາຊີວິດອິນຊີຂອງປະຊາຊົນ, ແຕ່ບໍ່ອາດປິດປະຕູທຸກການເຄື່ອນໄຫວໄດ້.”

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top