• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນໄລຍະກາງ ແລະ ໄລຍະຍາວສືບຕໍ່ສັນຍານຕັ້ງໜ້າທີ່ສຸດ

      ຕາມບົດລາຍງານຂອງທະນາຄານພັດທະນາ ອາຊີ (ADB) ທີ່ຫາກໍ່ປະກາດ, ໃນສະພາບການເກີດໂລກລະບາດໂຄວິດ-19, ການເຕີບໂຕເສດຖະກິດຂອງ ຫວຽດນາມ ຄາດວ່າບັນລຸໃນລະດັບ 1,8% ໃນປີ 2020 ແລະ ເພີ່ມຂຶ້ນໃນລະດັບ 6,3% ໃນປີ 2021. ແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນໄລຍະກາງ ແລະ ໄລຍະຍາວສືບຕໍ່ມີສັນຍານຕັ້ງໜ້າທີ່ສຸດ.

(ພາບປະກອບ: tapchitaichinh.vn) 
      ຕີລາຄາກ່ຽວກັບຂໍ້ສັງເກດການເຕີບໂຕເສດຖະກິດຂອງ ADB, ທ່ານ ຫງວຽນບິກເລິມ ນັກຊ່ຽວຊານດ້ານເສດຖະກິດ, ອະດີດຫົວໜ້າກົມໃຫຍ່ສະຖິຕິໃຫ້ຮູ້ວ່າ ຄາດຄະເນການເຕີບໂຕເສດຖະກິດ ຫວຽດນາມ ຂອງ ADB ແມ່ນລ້ວນແຕ່ເໝາະສົມກັບສະພາບການຕົວຈິງດ້ານເສດຖະກິດຂອງ ຫວຽດນາມ ແລະ ເໝາະສົມກັບການຄາດຄະເນຂອງກົມໃຫຍ່ສະຖິຕິ.
            ທີ່ກອງປະຊຸມນັກສາມັນຂອງລັດຖະບານ ຫວຽດນາມ ໃນເດືອນສິງຫາ ປີ 2020 ຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ລາຍງານກັບລັດຖະບານກ່ຽວກັບການຄາດຄະເນການເຕີບໂຕເສດຖະກິດ ຫວຽດນາມ ໃນປີ 2020 ບັນລຸໃນລະດັບ 2-3%.
            ພ້ອມກັນນັ້ນ, ລັດຖະບານໄດ້ມານະພະຍາຍາມປ່ອຍເງິນລົງທຶນພາກລັດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນໄຕມາດ IV ປີ 2020 ແລະ ຊຸມປີຕໍ່ໄປ. ຄຽງຄູ່ກັນນັ້ນ, ເສດຖະກິດ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຈາກການປະຕິບັດບັນດາສັນຍາການຄ້າເສລີ, ພິເສດແມ່ນການປະຕິບັດສັນຍາການຄ້າເສລີ  ຫວຽດນາມ - ສະຫະພາບເອີລົບ ແມ່ນກຳລັງໝູນ ແລະ ແມ່ນການກະຕຸກຊຸກຍູ້ໃຫ້ແກ່ການເຕີບໂຕຂອງຂົງເຂດກະສິກຳສິນໃນນ້ຳ ແລະ ອຸດສາຫະກຳ.
            ດ້ວຍຄວາມມານະພະຍາຍາມຂອງລັດຖະບານ, ປະຊາຄົມວິສາຫະກິດ ແລະ ບັນດາຄອບຄົວຜະລິດ, ດຳເນີນທຸລະກິດ, ໃນສະພາບການໂລກລະບາດໂຄວິດ-19 ຍັງມີການຜັນແປສັບສົນ ແລະ ປະຊາຄົມໂລກພວມຮີບດ່ວນຜະລິດວັກຊິນປ້ອງກັນ-ຕ້ານ ໄວຣັດ corona.
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top