05/10/2019 09:06 GMT+7 Email Print Like 0

ແງ່ຫວັງບ້ານທ່ອງທ່ຽວຊີວະພາບທີ່ບ້ານ ກ່ຽວ ຢູ່ ເຈື່ອງເຊີນດົງ

      ໂດຍຕັ້ງຢູ່ລຽບຕາມເສັ້ນທາງ ດົງເຈື່ອງເຊີນ ແຫ່ງເທບນິຍາຍ ແລະ ຢູ່ເຂດຕີນພູປ່າສະຫງວນແຫ່ງຊາດ ຈືຢາງສິງ, ບ້ານ ກ່ຽວ, ຕາແສງ ຢາງມາວ, ເມືອງ ກຣົງ ບົງ, ແຂວງດັ໊ກລັກ, ມີເງື່ອນໄຂສະດວກຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວ.

(ເສັ້ນທາງ ດົງເຈື່ອງເຊີນ ແຫ່ງເທບນິຍາຍ)
      ດ້ວຍທ່າແຮງກ່ຽວກັບປະຫວັດສາດ, ລະບົບຊີວະພາບ ແລະ ວັດທະນະທຳ, ທ້ອງຖິ່ນພວມຄ່ອຍໆສ້າງບ້ານໃຫ້ກາຍເປັນບ້ານທ່ອງທ່ຽວຊີວະພາບຊົນນະບົດ ຕິດພັນກັບວັດທະນະທຳຂອງຊາວເຜົ່າ ເມີນົງ.
        1 ກວ່າປີຜ່ານມາ, ທ່ານ Y Gen Bya ຢູ່ບ້ານ ກ່ຽວ, ຕາແສງ ຢາງມາວ, ເມືອງກຣົງ ບົງ ຍາມໃດກໍ່ໄດ້ເຂົ້າຮ່ວມໂຄງການບ້ານທ່ອງທ່ຽວຊີວະພາບຊົນນະບົດໃໝ່ ຕິດພັນກັບວັດທະນະທຳຂອງຊາວເຜົ່າ ເມີນົງ. ທ່ານ Y Gen Bya ໃຫ້ຮູ້ວ່າ, ໃນແຕ່ລະມື້ທ່ານໄດ້ສຸມໃສ່ເບິ່ງແຍງສວນຕົ້ນກາເຟ ກວ້າງ 1 ເຮັກຕາ, ມີຕົ້ນໄມ້ກິນໝາກຊະໜິດຕ່າງໆກວ່າ 400 ຕົ້ນ ເພື່ອພັດທະນາຟາມທ່ອງທ່ຽວການກະເສດ. ມາຮອດຈຸດເວລານີ້, ສວນລ້ວນແຕ່ພັດທະນາຂຽວງາມດີ, ຕົ້ນໄມ້ກິນໝາກພວມອອກດອກ ແລະ ມີເລີ່ມເປັນໝາກແລ້ວ. ເມື່ອສວນພັດທະນາຢ່າງໝັ້ນຄົງແລ້ວ, ຈະມີວິສາຫະກິດເປີດບັນດາລາຍການທ່ອງທ່ຽວ ເພື່ອຮັບນັກທ່ອງທ່ຽວມາຢ້ຽມຊົມ, ເຂົ້າຮ່ວມພຶດຕິກຳຕົວຈິງ.
        “ບັນດາຕົ້ນໄມ້ກິນໝາກແມ່ນເໝາະສົມກັບດິນປົນຊາຍຢູ່ທີ່ນີ້ທີ່ສຸດ, ຕົ້ນໄມ້ມີໝາກດົກ. ຢູ່ຕາແສງ ເຂົາເຈົ້າໄດ້ເວົ້າເຖິງການພັດທະນາການທ່ອງທ່ຽວຊີວະພາບການກະເສດຕິດພັນກັບວັດທະນະທຳ, ສະນັ້ນຂ້າພະເຈົ້າຈຶ່ງໄດ້ເຂົ້າຮ່ວມ. ເຮັດການທ່ອງທ່ຽວຊີວະພາບ ຕິດພັນກັບຊົນນະບົດໃໝ່ ແລະ ວັດທະນະທຳ ນັ້ນແມ່ນສ້າງຜົນປະໂຫຍດໃຫ້ພໍ່ແມ່ປະຊາຊົນຫຼາຍທີ່ສຸດ”.
        ໃນແຜນຮ່າງພັດທະນາບ້ານທ່ອງທ່ຽວຊີວະພາບຊົນນະບົດໃໝ່ບ້ານ ກ່ຽວ, ນອກຈາກພັດທະນາບັນດາສວນຕົ້ນໄມ້ກິນໝາກແລ້ວ, ທາງທ້ອງຖິ່ນຍັງສຸມໃສ່ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊົນເຜົ່າ ເມີນົງ ຢູ່ບ້ານ ກ່ຽວ ຕື່ມອີກ. ນັບແຕ່ເມື່ອແຜນຮ່າງໄດ້ຮັບການຜັນຂະຫຍາຍແຕ່ຕົ້ນປີ 2019, ຂະບວນການຕ່ຳແຜ່ນແພພື້ນເມືອງຂອງບ້ານແມ່ນດຳເນີນໄປຢ່າງຟົດຟື້ນ. ນີ້ແມ່ນສັນຍານທີ່ເປັນໜ້າຊົມຊື່ນເພື່ອເສີມຂະຫຍາຍ, ອະນຸລັກຮັກສາອາຊີບຕ່ຳແພພື້ນເມືອງທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນ. ພ້ອມກັນນັ້ນ, ທ້ອງຖິ່ນກໍ່ໄດ້ສຸມໃສ່ລົງທຶນກໍ່ສ້າງທາງຄົມມະນາຄົມຊົນນະບົດ, ບັນດາກິດຈະກຳສາທາລະນະ; ບູລະນະປະຕິສັງຂອນບັນດາເຮືອນຍາວທີ່ເປັນມູນເຊື້ອ, ເປີດຫ້ອງຮຽນກ່ຽວກັບການຕີຄ້ອງ, ຈັດຕັ້ງການຮັກສາບັນດາງານບຸນວັດທະນະທຳຂອງຊາວເຜົ່າ ເມີນົງ ຢູ່ ໄຕງວຽນ. ທ່ານ Y’Drai M’Drang, ປະທານຄະນະກຳມະການປະຊາຊົນຕາແສງ ຢາງມາວ, ໃຫ້ຮູ້ວ່າ: ປະຈຸບັນມີ 81/90 ຄອບຄົວໃນບ້ານ ກ່ຽວ ເຂົ້າຮ່ວມແຜນຮ່າງດັ່ງກ່າວ. ບັນດາຄອບຄົວໄດ້ຮັບການໜູນຊ່ວຍດ້ານແນວພັນປູກ, ຟຸ່ນເຄມີ, ບູລະນະສ້້ອມແປງເຮືອນຍາວທີ່ເປັນມູນເຊື້ອ, ເພື່ອຮັບໃຊ້ນັກທ່ອງທ່ຽວ.
        “ພວກຂ້າພະເຈົ້າພວມສຸມໃສ່ພັດທະນາບັນດາສວນຕົ້ນໄມ້ກິນໝາກ ແລະ ເສີມຂະຫຍາຍການອະນຸລັກຮັກສາວັດທະນະທຳຂອງຊົນເຜົ່າ ເມີນົງ ຢູ່ບ້ານ ກ່ຽວ ເວົ້າສະເພາະ ແລະ ທັງຕາແສງເວົ້າລວມ. ວຽກງານດັ່ງກ່າວ ພວກຂ້າພະເຈົ້າພວມສົມທົບກັບຫ້ອງການວັດທະນະທຳ ແລະ ຖະແຫຼງຂ່າວເມືອງ ຈັດຕັ້ງການຟື້ນຟູບັນດາຮູບແບບວັດທະນະທຳຄື: ຕ່ຳແຜ່ນແພພື້ນເມືອງ, ບັນດາທິມຕີຄ້ອງ; ຈັດຕັ້ງງານບຸນບູຊາເຂົ້າໃໝ່, ຂັບ Ea Ray… ນີ້ແມ່ນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ເພື່ອດຶງດູດນັກທ່ອງທ່ຽວຄວນໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ.”

(ບ້ານ ກ່ຽວ, ຕາແສງ ຢາງມາວ, ເມືອງ ກຣົງ ບົງ, ແຂວງດັ໊ກລັກ)
      ບ້ານ ກ່ຽວ ໄດ້ຮັບການສ້າງຕັ້ງໃນກາງສະຕະວັດທີ 20, ພໍ່ແມ່ປະຊາຊົນຢູ່ທີ່ນີ້ລ້ວນແຕ່ແມ່ນຊາວຊົນເຜົ່າສ່ວນໜ້ອຍ ເມີນົງ. ເນື້ອທີ່ຂອງບ້ານກວ້າງປະມານ 6.500 ເຮັກຕາ, ຕັ້ງຢູ່ລຽບຕາມເສັ້ນທາງ ດົງເຈື່ອງເຊີນ ແລະ ເຂດພູ ຈືຢາງສິງ ທີ່ໃຫຍ່ໂຕມະໂຫຖານ. ເຂດນີ້ກໍ່ນອນໃນໃຈກາງຂອງເຂດປູຊະນີຍະສະຖານ ຖານທີ່ໝັ້ນການປະຕິວັດຂອງແຂວງດັ໊ກລັກ.
        ຕາມທ່ານນາງ ຫງວຽນທິເຟືອງຮ໊ຽວ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງດັ໊ກລັກ ແລ້ວ, ດ້ວຍທ່າແຮງກ່ຽວກັບທຳມະຊາດ, ປະຊາຊົນ, ປະຫວັດສາດບ້ານ ກ່ຽວ ນັ້ນ ແມ່ນເໝາະສົມເພື່ອພັດທະນາບ້ານທ່ອງທ່ຽວຊີວະພາບຊົນນະບົດໃໝ່ ຕິດພັນກັບວັດທະນະທຳທ້ອງຖິ່ນ.
        “ທາງຄົມມະນາຄົມ, ລະບົບຊີວະພາບ, ຈຸດຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າ ເມີນົງ ຢູ່ບ້ານ ກ່ຽວ ແມ່ນມີຄວາມສະດວກຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວຕາມແຜນຮ່າງດັ່ງກ່າວ. ໃນໄລຍະປີ 2020 – 2025, ກ່ຽວກັບການວາງແຜນຜັງພັດທະນາການທ່ອງທ່ຽວຢູ່ດັ໊ກລັກ, ພວກຂ້າພະເຈົ້າຈະເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ເພື່ອນຳບ້ານທ່ອງທ່ຽວຊີວະພາບບ້ານ ກ່ຽວ ເຂົ້າໃນແຜນຮ່າງພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຈຸດສຸມໃຫ້ແກ່ທ້ອງຖິ່ນ. ສິ່ງດັ່ງກ່າວຈະສ້າງແຫຼ່ງລາຍຮັບໃຫ້ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍ ແລະ ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຢູ່ແຫ່ງນີ້”.
        ແຕ່ລະປີ, ດັ໊ກລັກ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 810.000 ເທື່ອຄົນ, ເພີ່ມຂຶ້ນສະເລ່ຍແມ່ນ 12%/ປີ. ບັນດາຮູບການທ່ອງທ່ຽວຂອງທ້ອງຖິ່ນໃນປະຈຸບັນມີຄື: ການເຄື່ອນໄຫວພຶດຕິກຳຕົວຈິງຢູ່ບັນດາເຂດປ່າສະຫງວນແຫ່ງຊາດ, ເຂດອະນຸລັກຮັກສາທຳມະຊາດ, ເຂດນິຄົມກະເສດ, ສວນຕົ້ນໄມ້ກິນໝາກ; ທ່ອງທ່ຽວປະຊາຄົມ… ເລື່ອງຜັນຂະຫຍາຍສຳເລັດຮູບແບບບ້ານທ່ອງທ່ຽວຊີວະພາບຊົນນະບົດໃໝ່ຕິດພັນກັບວັດທະນະທຳຄືຢູ່ບ້ານ ກ່ຽວ ນັ້ນ, ຈະສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນຫຼາຍຮູບຫຼາຍແບບໃຫ້ແກ່ທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ແຫຼ່ງລາຍຮັບໃຫ້ແກ່ພໍ່ແມ່ຊາວເຜົ່າສ່ວນໜ້ອຍ. ຈາກນັ້ນ, ວັດທະນະທຳຂອງທ້ອງຖິ່ນໄດ້ຮັບການອະນຸລັກຮັກສາ, ເລື່ອງກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນກໍ່ໄດ້ຮັບການຍູ້ແຮງຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)