• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງອຽນບ໋າຍເພີ່ມທະວີດຶງດູດການລົງທຶນຈາກສ.ເກົາຫຼີ

​       ວັນ​ທີ 6/1, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊ​ົນ​ແຂວງ ອຽນ​ບ໋າຍ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ນະ​ຄອນຫຼວງ ເຊ​ີ​ອູນ, ປະ​ເທດ ສ. ເກົາຫຼີ ດ້ວຍ​ຫົວ​ຂໍ້​ວ່າ “ອຽນ​ບ໋າຍ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ ແລະ ການ​ລ​ະ​ໂອ​ກາດ​ລົງ​ທຶນ”. ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ ສ​. ເກົາຫຼີ 150 ແຫ່ງ ປາດ​ຖະ​ໜາ​ຢາກ​ຊອກ​ຮູ້​ກາ​ລະ​ໂອ​ກາດ​ລົງ​ທຶນ​ເຂົ້າ ຫວຽດ​ນາມ ເວົ້າ​ລວມ ແລະ ແຂວງ ອຽນ​ບ໋າຍ​ເວົ້າ​ສະ​ເພາະ.
        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ຟ້າມ​ທິ​ແທງ​ຈ່າ, ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ສ ເກົາຫຼີ ພວມ​ເຄື່ອນ​ໄຫວ​ໃນ​ບໍ​ລິ​ເວນແຂວງ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາລະ​ກິດ​ລວມ​ຂອງ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ. ທ່ານ​ນາງ ຟ້າມ​ທິ​ແທງ​ຈ່າ ຢັ້ງ​ຢືນ​ວ່າ ການນ​ຳ​ແຂວງ ອຽນ​ບ໋າຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນຕ່າງ​ປະ​ເທດ​ເວົ້າ​ລ​ວມ ແລ​ະ ບັນ​ດາ​ວິ​ສາ​ຫະ​ກິດ ສ. ເກົາຫຼີ ເວົ້າ​ສະ​ເພາະ​ໃນ​ວິ​ວັດ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ທ້ອງ​ຖິ່ນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top