• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິນ ແລະ ວັດຖຸລະເບີດຕົກຄ້າງຢູ່ ຫວຽດນາມ

(ພາບປະກອບ / TTXVN)
       ກອງ​ປະຊຸມ​ຄັ້ງ​ທີ 1 ກຸ່ມ​ຄູ່​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກລະ​ເບີດ, ໝາກ​ມິນຕົກ​ຄ້າງພາຍຫລັງ​ສົງຄາມ​ຢູ່ ຫວຽດນາມ (MAOG) ​ໂດຍ​ອົງການ​ປະຈຳການ​ຄະນະ​ຊີ້​ນຳ​ໂຄງ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກລະ​ເບີດ, ໝາກ​ມິນ​ຕົກ​ຄ້າງ​ພາຍຫລັງ​ສົງຄາມ (​ເອີ້ນ​ຫຍໍ້​ແມ່ນ​ໂຄງການ 504) ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຕັ້ງໃນຕອນບ່າຍວັນທີ 15/03 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນເທ໋​ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ຮັບຮອງເອົາໂຄງການດຳເນີນງານແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະ​ເບີດ, ໝາກ​ມິນຕົກ​ຄ້າງໄລຍະ 2010 – 2025 ​​ແນ​ໃສ່​ຫລຸ​ດຜ່ອນ ​ແລະ ກ້າວ​ໄປ​ເຖິງການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກລະ​ເບີດ, ໝາກ​ມິນ ​ແລະ ວັດ​ຖຸລະ​ເບີດທີ່​ຍັງ​ຕົກຄ້າງ​ຢູ່ ຫວຽດນາມ ​. ການ​ປະຕິບັດ​ໂຄງການ ດຳ​ເນີນ​ງານ​ແຫ່ງ​ຊາດ​ແກ້​ໄຂຜົນຮ້າຍຢ້ອນຫລັງຈາກລະ​ເບີດ, ໝາກ​ມິນ​ຕົກ​ຄ້າງພາຍຫລັງສົງຄາມ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ, ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ, ໝາ​ກ​ມິນ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ປະຊາຊົນ.
        ຕາງ​ໜ້າ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ສາກົນ​ອາຍຸ​ການ​ທຳ​ອິດ​ຂອງ​ກຸ່ມ​ຄູ່​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກລູກ​ລະ​ເບີດ, ໝາກ​​ມິນ​ຕົກ​ຄ້າງພາຍຫລັງ​ສົງຄາມ​ຢູ່ ຫວຽດນາມ, ທ່ານ Ted Osius ​ເອກອັກຄະ​ລັດຖະທູດ ສະຫະລັດ​ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ຢືນຢັນວ່າ: ອາ​ເມ​ລິ​ກາ ພ້ອມ​ແລ້ວທີ່​ຈະ​ແບ່ງປັນ​ບົດຮຽນ​ ​ແລະ ຮັບ​ເອົາ​ບົດຮຽນຂອງ ຫວຽດນາມ ​ແລະ ​ແບ່ງປັນ​ບົດຮຽນ​ນັ້ນ​ອອກ​ສູ່​ໂລກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top