• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮືອບິນຕົກຢູ່ ອິນໂດເນເຊຍ: ຊອກເຫັນພາກສ່ວນລົງຈອດຂອງເຮືອບິນປະສົບເຄາະຮ້າຍ

      ອາດຈະເສຍເວລາປະມານ 3 ອາທິດ ເພື່ອດາວໂຫຼດຂໍ້ມູນຈາກກັບດຳດັ່ງກ່າວ ແລະ ວິວັດການໄຈ້ແຍກຂໍ້ມູນຕ້ອງໃຊ້ເວລາເຖິງ 6 ເດືອນ. 

ນັກດຳນ້ຳຊອກເຫັນພາກສ່ວນລົງຈອດຂອງເຮືອບິນປະສົບເຄາະຮ້າຍ (ພາບ: THX/ TTXVN)
      ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໃຫ້ຮູ້ວ່າ: ວັນທີ 01 ພະຈິກ, ບັນດານັກດຳນ້ຳໄດ້ຊອກເຫັນພາກສ່ວນລົງຈອດໜຶ່ງຂອງເຮືອບິນ Boeing 737 MAX 8 ຂອງບໍລິສັດການບິນ Lion Air ປະສົບເຄາະຮ້າຍຕົກລົງໃສ່ທະເລໃນວັນທີ 29 ຕຸລາ, ເຮັດໃຫ້ 189 ຄົນເສຍຊີວິດ. ອົງການຊອກຫາ ແລະ ກູ້ໄພກູ້ຊີບ ອິນໂດເນເຊຍ ໄດ້ຢັ້ງຢືນຂໍ້ມູນຂ່າວດັ່ງກ່າວ.
        ກ່ອນໜ້ານັ້ນໃນວັນດຽວກັນ, ອິນໂດເນເຊຍ ກໍ່ປະກາດໄດ້ຊອກເຫັນກັບດຳທີ່ບັນທຶກຂໍ້ມູນຂອງເຮືອບິນດັ່ງກ່າວຢູ່ພື້ນນ້ຳທະເລແລ້ວ. ກັບດຳນີ້ໄດ້ມອບໃຫ້ຄະນະກຳມະການຄວາມປອດໄພຄົມມະນາຄົມ ອິນໂດເນເຊຍ (KNKT). ການນຳ KNKT ໃຫ້ຮູ້ວ່າ: ອາດຈະເສຍເວລາປະມານ 3 ອາທິດ ເພື່ອດາວໂຫຼດຂໍ້ມູນຈາກກັບດຳດັ່ງກ່າວ ແລະ ວິວັດການໄຈ້ແຍກຂໍ້ມູນຕ້ອງໃຊ້ເວລາເຖິງ 6 ເດືອນ. ເລື່ອງຊອກເຫັນກັບດຳ ໄດ້ສ້າງຄວາມຫວັງທີ່ເຮັດແຈ້ງສາຍເຫດທີ່ພາໃຫ້ເກີດອຸບັດຕິເຫດດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top