• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກະສານ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ສ້າງພື້ນຖານແກ່ການຮ່ວມມື ແລະ ການຟື້ນຟູເສດຖະກິດ

      ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ພ້ອມດ້ວຍຄະນະກຳມະການບັນດາອົງຜູ້ຕາງໜ້າ ປະຈຳ ອາຊຽນ (CPR) ພວມສຸມໃສ່ສ້າງ ເອກະສານທຸກສະບັບໃຫ້ສຳເລັດເພື່ອຍື່ນສະເໜີຮັບຮອງເອົາທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ (ພາບ:  quocte.vn)
      ຕາມທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ແລ້ວ, ມີເອກະສານ 10 ສະບັບຕ້ອງສ້າງໃຫ້ສຳເລັດ, ໃນນັ້ນມີເອກະສານບຸລິມະສິດ 5 ສະບັບ ເປັນຕົ້ນແມ່ນ ຖະແຫຼງການສະເຫຼີມສະຫຼອງ 15 ປີ ແຫ່ງວັນຈັດກອງປະຊຸມສຸດຍອດ ອາຊີຕາເວັນອອກ; ຖະແຫຼງການຮ່ວມມືທາງທະເລແບບຍືນຍົງ; ຖະແຫຼງການກອງປະຊຸມສຸດຍອດ ອາຊຽນ + 3 ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດດ້ານການເງິນ ກໍຄື ເສດຖະກິດ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນ. ຖ້າຫາກວ່າ ບັນດາເອກະສານເຫຼົ່ານັ້ນ ໄດ້ຮັບການຮັບຮອງເອົາ ຈະປະກອບສ່ວນຢັ້ງຢືນວ່າ ອາຊຽນ ແມ່ນປະຊາຄົມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຕໍ່ສະພາບການປັດຈຸບັນ ແລະ ອາຊຽນ ສືບຕໍ່ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືທັງໝົດໃນການຮັບມືກັບໂລກລະບາດໂຄວິດ - 19 ກໍຄື ມານະພະຍາຍາມຟື້ນຟູເສດຖະກິດ ແລະ ບັນດາການເຄື່ອນໄຫວສັງຄົມ. ນອກຈາກນັ້ນ, ຄະນະຜູ້ຕາງໜ້າ ກໍສົມທົບກັບ ຄະນະກຳມະການບັນດາຜູ້ຕາງໜ້າ ອາຊຽນ ສ້າງເອກະສານກ່ຽວກັບ ຖະແຫຼງການສ້າງຂອບເຂດແລວທາງສັນຈອນໄປມາ ລະຫວ່າງບັນດາປະເທດ ອາຊຽນ ໃຫ້ສຳເລັດ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງເວົ້າລວມ ແລະ ບັນດາວິສາຫະກິດເວົ້າສະເພາະ ສາມາດ ໄປ - ມາໄດ້ຢ່າງປອດໄພ ແຕ່ຍັງຄົງຮັບປະກັນໄດ້ບັນດາຫຼັກການສາທາລະນະສຸກ; ຟື້ນຟູບັນດາການເຄື່ອນໄຫວເສດຖະກິດ ແລະ ການເຊື່ອມຕໍ່ການແລກປ່ຽນຄ້າຂາຍຄືນໃໝ່ໂດຍໄວ, ຈາກນັ້ນ ສ້າງພື້ນຖານສຳຄັນໃຫ້ແກ່ການຟື້ນຟູເສດຖະກິດໃນພາກພື້ນ ອາຊຽນ ໃນຊຸມປີຈະມາເຖິງ.  
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top