• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມໃນວຽກງານຂົນຂວາຍປະຊາຊົນ

      ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມໃນວຽກງານຂົນຂວາຍປະຊາຊົນ

ຕອນເຊົ້າວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດກອງປະຊຸມແລກປ່ຽນທີ່ວຽກງານຂົນຂວາຍປະຊາຊົນ ກຸ່ມແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມປີ 2017
   
  ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດແລະ
ບັນດາອົງການຈັດຕັ້ງການເມືອງ-ສັງຄົມໃນວຽກງານຂົນຂວາຍປະຊາຊົນ
(ພາບ: TTXVN)
      ຜັນຂະຫຍາຍການປະຕິບັດມະຕິສູນກາງຄັ້ງທີ 6 (ຊຸດທີ 12) ບາງບັນຫາກ່ຽວກັບການສືບຕໍ່ປ່ຽນໃໝ່, ຊັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ.
        ຊີ້ນຳທີ່ກອງປະຊຸມ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ຖືວ່າ, ປີ 2019 ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຕ້ອງປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງຂ້ຽວຂາດກວ່າ; ມານະພະຍາຍາມຫຼຸດຜ່ອນອັດຕາຂອບຄົວທຸກຍາກຢູ່ເຂດຫ່າງໄກຊອກຫຼິກ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຊາຍແດນ, ເຂດທະເລໝູ່ເກາະ…
        ກ່ຽວກັບແບບວິທີການຜັນຂະຫຍາຍມະຕິກອງປະຊຸມສູນກາງພັກຄັ້ງທີ 6 ໃນໄລຍະຈະມາເຖິງ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໋ງ ຢືນຢັນວ່າ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງ, ການເມືອງ - ສັງຄົມ ຄວນສືບຕໍ່ຫັນຈິດໃຈຂອງມະຕິເປັນລະອຽດ, ຖືການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງເປັນກຳລັງໜູນ; ຖືຄວາມຕັ້ງໜ້າ, ເປັນເຈົ້າການເປັນທິດນຳປະຕິບັດງານ…
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top