• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດພົ້ນຊາວເຜົ່າສ່ວນໜ້ອຍ

      ໃນວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີຍ້ອງຍໍຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດດີເດັ່ນຊາວເຜົ່າສ່ວນໜ້ອຍໃນທົ່ວປະເທດ ປີ 2017.

(ພາບປະກອບ: TTXVN)
      ມີຜູ້ແທນກວ່າ 510 ຄົນ ເປັນຕົວແທນໃຫ້ 53 ຊົນເຜົ່າສ່ວນໜ້ອຍທີ່ມາຈາກ 52 ແຂວງ, ນະຄອນໃນທົ່ວປະເທດໄດ້ຮັບການຍ້ອງຍໍໃນຄັ້ງນີ້ແມ່ນບັນດາແບບຢ່າງທີ່ດີເດັ່ນໃນຈຳນວນຜູ້ທີ່ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິເຊິ່ງໄດ້ອຸທິດສ່ວນ, ມີຜົນງານທີ່ດີເດັ່ນໃນບັນດາຂົງເຂດຊີວິດສັງຄົມ, ນັກທຸລະກິດທີ່ດີເດັ່ນທີ່ມີການປະກອບສ່ວນໃຫ້ເສດຖະກິດຂອງທ້ອງຖິ່ນ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງຮ່ວາບີ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໃຫ້ຮູ້ວ່າ:
      ຂ້າພະເຈົ້າຮຽກຮ້ອງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂທຸກຢ່າງເພື່ອໃຫ້ຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດຊາວເຜົ່າສ່ວນໜ້ອຍປະຕິບັດ ແລະ ເສີມຂະຫຍາຍບົດບາດຂອງຕົນເປັນຢ່າງດີ. ຂ້າພະເຈົ້າສະເໜີບັນດາຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດພົ້ນເດັ່ນຊາວເຜົ່າສ່ວນໜ້ອຍ ຄວນສືບຕໍ່ຍົກສູງບົດບາດສາມັກຄີ, ເປັນແກ່ນສານ, ຍາມໃດກໍ່ມີຄວາມສຸດຈິດສຸດໃຈຕໍ່ວຽກງານແທດຈິງ, ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ດີງາມກວ່າອີກ, ປະກອບສ່ວນສ້າງເຂດຊົນເຜົ່າສ່ວນໜ້ອຍໃຫ້ນັບມື້ນັບພັດທະນາໄວ ແລະ ຍືນຍົງ.
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top