• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດພາກເອກະຊົນປະກອບສ່ວນ 45% ເຂົ້າໃນ GDP ຂອງຫວຽດນາມ

ຊຸມປີທີ່ຜ່ານມາ, ເສດຖະກິດພາກເອກະຊົນສາມາດຢັ້ງຢືນບົດບາດທີ່ສຳຄັນໃນພື້ນຖານເສດຖະກິດ, ປະກອບສ່ວນ 45% ເຂົ້າໃນ GDP ຂອງຫວຽດນາມ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນ, ມີບາດກ້າວບຸກທະລຸ ແລະ ນຳໜ້າໃນຫຼາຍຂົງເຂດການຜະລິດ, ດຳເນີນທຸລະກິດ

 ພາບປະກອບ

ຕາມບັນດາຜູ້ຊ່ຽວຊານແລ້ວ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ໄດ້ມີການປະຕິຮູບຫຼາຍຢ່າງ, ແຕ່ກໍຍັງບໍ່ທັນສາມາດສ້າງເງື່ອນໄຂເພື່ອໃຫ້ກຸ່ມວິສາຫະກິດພາກເອກະຊົນພັດທະນາຈົນສຸດຄວາມສາມາດຂອງຕົນເທື່ອ. ທ່ານ ເດົ້າແອງຕ້ວນ ຫົວໜ້າພະແນກລະບອບກົດໝາຍຂອງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ :  

       “ວິວັດການກວດກາ ແລະ ເຮັດໃຫ້ລະບຽບການດຳເນີນທຸລະກິດເປັນງ່າຍດາຍ ແມ່ນວິວັດການຕ້ອງປະຕິບັດເປັນປະຈຳ. ຕ້ອງມີກົນໄກຄວບຄຸມຢ່າງເປັນເອກະລາດ ກ່ຽວກັບການວາງອອກເງື່ອນໄຂໃໝ່ເພື່ອດຳເນີນທຸລະກິດ, ບັນດາໜັງສືອະນຸຍາດດຳເນີນທຸລະກິດໃໝ່. ຖ້າຫາກວ່າ ບັນດາກະຊວງ, ຂະແໜງການ ຕ່າງກໍສາມາດວາງອອກເງື່ອນໄຂດຳເນີນທຸລະກິດ ແຕ່ບໍ່ຊັງຊາເຖິງຜົນປະໂຫຍດຮ່ວມ, ບໍ່ຊັງຊາເຖິງສິດເສລີໃນການດຳເນີນທຸລະກິດນັ້ນ ກໍຖືວ່າ ຖືກວິວັດການປະຕິຮູບເງື່ອນໄຂດຳເນີນທຸລະກິດ ແລະ ລະບຽບການບໍລິຫານຂອງຫວຽດນາມຖືກປະລາໄຊ ”.

(ແຫຼ່ງຄັດຈາກ VOV)


ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top