• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສກົດໝາຍ ອາ​ຊຽນ 2020 - ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ

 ຕອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງຍຸຕິທຳຫວຽດນາມ ໄດ້ສົມທົບກັບບັນດາປະເທດ ອາຊຽນ ແລະ ຄະນະເລຂາ ອາຊຽນ ຈັດຕັ້ງເວທີປາໄສກົດໝາຍ ອາຊຽນ 2020, ດ້ວຍຫົວຂໍ້ “ແບ່ງປັນປະສົບການບົດຮຽນຂອງ ອາຊຽນ ໃນການຍົກສູງປະສິດທິຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ປະຕິບັດຄຳຕັດສິນຂອງສານ”. 

ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: baoquocte.vn)

ເວທີປາໄສ ດັ່ງກ່າວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນລະບົບບັນດາເຫດການຂອງປີ ປະທານ ອາຊຽນ 2020 ຂອງ ຫວຽດນາມ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ ເພື່ອເພີ່ມທະວີຄວາມເຂົ້າໃຈລະຫວ່າງບັນດາປະເທດ ອາຊຽນ ກ່ຽວກັບລະບອບລະບຽບການ, ຮູບແບບການຈັດຕັ້ງການປະຕິບັດກົດໝາຍ ແລະ ປະຕິບັດຄຳຕັດສິນຂອງສານຂອງແຕ່ລະປະເທດ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງບັນດາປະເທດ ອາຊຽນ. ທີ່ເວທີປາໄສ, ຜູ້ຕາງໜ້າຂອງ 10 ປະເທດສະມາຊິກ ອາຊຽນ ໄດ້ນໍາສະເໜີບັນດາບົດປະກອບຄຳເຫັນກ່ຽວກັບປະສົບການຂອງແຕ່ລະປະເທດທີ່ກ່ຽວຂ້ອງເຖິງຂອບເຂດນະໂບຍາຍ, ກົດໝາຍທີ່ກ່ຽວຂ້ອງເຖິງການຈັດຕັ້ງປະຕິບັດກົດໝາຍ, ປະຕິບັດຄຳຕັດສິນຂອງສານແພ່ງ; ຮູບແບບ, ພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດກົດໝາຍ, ຮູບແບບລະບົບການປະຕິບັດຄຳຕັດສິນຂອງສານແພ່ງ.  
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top