• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສເສດຖະກິດພາກກາງຄັ້ງທີ 2 ປີ 2017

`ຕອນເຊົ້າວັນທີ 25 ກັນຍາ, ທີ່ນະຄອນ ດ່າໜັງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ເປັນປະທານເວທີປາໄສເສດຖະກິດພາກກາງປີ 2017 (ຄັ້ງທີ 2) ດ້ວຍຫົວຂໍ້ວ່າ “ເສັ້ນທາງພັດທະນາເສດຖະກິດພາກກາງແບບຍືນຍົງ”.

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ 
      ເວທີປາໄສໂດຍຄະນະກຳມະການປະຊາຊົນນະຄອນ ດ່າໜັງ, ຄະນະປະສານງານເຂດແຄມທະເລພາກກາງ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເນັ້ນໜັກວ່າ:
      “ພວກເຮົາບໍ່ມີອຳນາດການປົກຄອງຂັ້ນເຂດ ແຕ່ມີການຮ່ວມສຳພັນເຂດ, ຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນໃນເຂດ, ລະຫວ່າງເຂດນີ້ກັບເຂດອື່ນ ແມ່ນບັນຫາຕົ້ນຕໍ ແລະ ສຳຄັນທີ່ສຸດ. ທີ່ເວທີປາໄສນີ້ ບົນພື້ນຖານບົດຮຽນພັດທະນາຮູບການນີ້ ຄືແນວໃດ ເພື່ອຈະມີຂໍ້ສະເໜີຕໍ່ລັດຖະບານ.”
      ເວທີປາໄສມີການເຂົ້າຮ່ວມຂອງການນຳ 10 ກະຊວງ, ຂະແໜງສູນກາງ, 10 ແຂວງແຄມທະເລພາກກາງ ແລະ ບັນດານັກຊ່ຽວຊານຄົ້ນຄວ້າເສດຖະກິດພາຍໃນປະເທດ ແລະ ສາກົນ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top