ຕອນເຊົ້າວັນທີ 04 ທັນວາ, ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ສົມທົບກັບບໍລິສັດກຳນົດລາຄາ Brand Finance ຈັດຕັ້ງເວທີປາໄສເຄື່ອງໝາຍການຄ້າຫວຽດນາມ 2017

(ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ 2017)
ດ້ວຍຫົວຂໍ້ວ່າ “ກຳນົດລາຄາຊັບສິນເຄື່ອງໝາຍການຄ້າໃນສະພາບເຊື່ອມໂຍງເຂົ້າກັບສາກົນ”. ທີ່ເວທີປາໄສ, ບໍລິສັດ Brand Finance ອາຊີປາຊີຟິກ ໄດ້ປະກາດຕາຕະລາງຈັດອັນດັບ top 50 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຢູ່ ຫວຽດນາມ ໃນປີ 2017 ໃຫ້ບັນດາເຄື່ອງໝາຍການຄ້າແຖວໜ້າ. ໃນບັນຊີລາຍຊື່ດັ່ງກ່າວມີເຖິງ 15 ວິສາຫະກິດບັນລຸເຄື່ອງໝາຍການຄ້າລະດັບຊາດ. ນີ້ແມ່ນປີທີ 3 ເຊິ່ງ Brand Finance ດຳເນີນການເຄື່ອນໄຫວກຳນົດລາຄາເຄື່ອງໝາຍການຄ້າຫວຽດນາມ.
(ແຫຼ່ງຄັດຈາກ VOV)