• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສອະທິການບໍດີບັນດາມະຫາວິທະຍາໄລ ອາຊີ - ປາຊີຟິກ

      ດ້ວຍວາລະປຶກສາຫາລື 2 ຄັ້ງ, ມີຫົວຂໍ້ວ່າ “ພັດທະນາແບບຍືນຍົງ, ຂໍ້ມູນໃຫຍ່ ແລະ ບັນດາສິ່ງທ້າທາຍໃນພາກພື້ນ ອາຊີ - ປາຊີຟິກ” ແລະ “ບັນຫາກ່ຽວກັບວຽກເຮັດງານທຳໃນສັງກາດເສດຖະກິດ ດີຈີຕອນ ແລະ ພຸມປັນຍາທຽມ”

ເວທີປາໄສ ຈັ້ດຕັ້ງໃນວັນທີ 8 ພະຈິກ
      ໃນຂອບເຂດສັບປະດາຂັ້ນສູງ APEC ຢູ່ນະຄອນ ດ່ານັ້ງ, ວັນທີ 8 ພະຈິກ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສົມທົບກັບສະຫະສະມາຄົມບັນດາມະຫາວິທະຍາໄລພາກພື້ນ ອາຊີ - ປາຊີຟິກ (APRU) ແລະ ບັນດາອະນຸກຳມະການຂອງຄະນະກຳມະການແຫ່ງຊາດ APEC 2017 ຈັດຕັ້ງເວທີປາໄສ ອະທິການບໍດີ ບັນດາມະຫາວິທະຍາໄລ ອາຊີ - ປາຊີຟິກ ດ້ວຍຫົວຂໍ້ວ່າ “ການປະຕິວັດອຸດສາຫະກຳ 4.0”.
        ເວທີປາໄສດ້ວຍການເຂົ້າຮ່ວມຂອງທ່ານ Christopher Tremewan, ທ່ານເລຂາທິການໃຫຍ່ສະຫະສະມາຄົມບັນດາມະຫາວິທະຍາໄລພາກພື້ນ ປາຊີຟິກ, ມີຜູ້ແທນເກືອບ 60 ທ່ານມາຈາກບັນດາມະຫາວິທະຍາໄລ, ວິສາຫະກິດ ແລະ ອົງການຄຸ້ມຄອງລັດໃນພາກພື້ນ.
        ດ້ວຍວາລະປຶກສາຫາລື 2 ຄັ້ງ, ມີຫົວຂໍ້ວ່າ “ພັດທະນາແບບຍືນຍົງ, ຂໍ້ມູນໃຫຍ່ ແລະ ບັນດາສິ່ງທ້າທາຍໃນພາກພື້ນ ອາຊີ - ປາຊີຟິກ” ແລະ “ບັນຫາກ່ຽວກັບວຽກເຮັດງານທຳໃນສັງກາດເສດຖະກິດ ດີຈີຕອນ ແລະ ພຸມປັນຍາທຽມ”, ເວທີປາໄສອະທິການບໍດີ ມະຫາວິທະຍາໄລ APEC ສ້າງກາລະໂອກາດໃຫ້ບັນດາການນຳບັນດາມະຫາວິທະຍາໄລ, ວິສາຫະກິດ ແລະ ບັນດານັກວາງນະໂຍບາຍຈາກບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ພົບປະ, ແບ່ງປັນບົດຮຽນຄຸ້ມຄອງມະຫາວິທະຍາໄລໃນສະພາບການສຶກສາມະຫາວິທະຍາໄລພາກພື້ນ ແລະ ໂລກ ພວມຢື່ນຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ເພື່ອຮັບມືກັບການປ່ຽນແປງຂອງໂລກໂດຍການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top