• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສລະຫວ່າງລັດຖະບານ ກ່ຽວກັບຄົມມະນາຄົມຂົນສົ່ງແບບຍືນຍົງ ຢູ່ພາກພື້ນ ອາຊີ ຄັ້ງທີ 12

      ໃນລະຫວ່າງວັນທີ 28 – 30 ຕຸລາ 2019, ຢູ່ຮ່າໂນ້ຍ, ກະຊວງຄົມມະນາຄົມຂົນສົ່ງ ໄດ້ສົມທົບກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກໍ່ສ້າງ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ກະຊວງສິ່ງແວດລ້ອມ ຍີ່ປຸ່ນ ແລະ ສູນພັດທະນາເຂດ ສປຊ ຮ່ວມກັນຈັດຕັ້ງ ເວທີປາໄສລະຫວ່່າງລັດຖະບານ ກ່ຽວກັບຄົມມະນາຄົມຂົນສົ່ງແບບຍືນຍົງ ພາກພື້ນ ອາຊີ ຄັ້ງທີ 12 - EST 12.

(ພາບປະກອບ: TTXVN)
      ເຂົ້າຮ່ວມວາລະໄຂເວທີປາໄສ EST 12 ຢູ່ຮ່າໂນ້ຍ, ມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພັດທະນານະຄອນອັດສະລິຍະ, ລະບົບຄົມມະນາຄົມອັດສະລິຍະ ເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຫຼຸດຜ່ອນການປ່ອຍທາດເສດເຫຼືອກໍ່ມົນລະພິດ, ປົກປັກຮັກສາສິ່ງແວດລ້ອມ, ພິເສດແມ່່ນມົນລະພິດອາກາດ ຢູ່ບັນດາຕົວເມືອງ, ຮັບປະກັນການກໍ່ສ້າງລະບົບຄົມມະນາຄົມປອດໄພ ແລະ ສະດວກ.
        ທີ່ເວທີປາໄສ EST 12 ຄັ້ງນີ້ ໄດ້ດໍາເນີນ 15 ເຫດການໃຫຍ່ ແລະ ລາຍການໄປສໍາຫຼວດເຕັກນິກ ກ່ຽວກັບຕົວເມືອງອັດສະລິຍະ ຢູ່ແຂວງກວ໋າງນິງ ໃນວັນທີ 31 ຕຸລາ 2019 ນີ້.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top