• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສປັນຍາຊົນ ຫວຽດນາມ ເປັນຄັ້ງທຳອິດໄດ້ຈັດຕັ້ງຢູ່ ຍີ່ປຸ່ນ ດ້ວຍຂອບຂະໜາດໃຫຍ່

ດ້ວຍຫົວຂໍ້ວ່າ “Make in Vietnam - ກາລະໂອກາດ ແລະ ສິ່ງທ້າທາຍ”, ເວທີປາໄສປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ 2019 (Vietnam Summit in Japan 2019) ຖືກຈັດຂຶ້ນໃນວັນທີ 17 ພະຈິກ ຢູ່ສູນປະຊຸມສາກົນ JASSO, ນະຄອນຫລວງ ໂຕກຽວ.

ເວທີປາໄສປັນຍາຊົນ ຫວຽດນາມ ເປັນຄັ້ງທຳອິດໄດ້ຈັດຕັ້ງຢູ່ ຍີ່ປຸ່ນ ດ້ວຍຂອບຂະໜາດໃຫຍ່

ດ້ວຍ 10 ຫົວເລື່ອງສະເພາະທີ່ກ່ຽວຂ້ອງເຖິງບັນດາຂົງເຂດຕ່າງໆໄດ້ນຳມາປຶກສາຫາລືຄື: ຂໍ້ມູນ (bigdata), ການປະຕິວັດອຸດສາຫະກຳ 4.0 ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ…ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈລະອຽດແຈ້ງກ່ວາກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງພື້ນຖານເສດຖະກິດ - ສັງຄົມ ຫວຽດນາມ ພວມປະເຊີນໜ້າ ກໍ່ຄືແບ່ງປັນບັນດາບົດຮຽນທີ່ປະສົບຜົນສຳເລັດຈາກ ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top