• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສການທ່ອງທ່ຽວ ອາຊຽນ 2019 ຈະດໍາເນີນ ຢູ່ ກວາງນິງ

      ເວທີປາໄສຄັ້ງນີ້ ແມ່ນເວທີປາໄສທີ່ມີຄວາມສໍາຄັນຍິ່ງ. ລັດຖະມົນຕີກະຊວງຮັບຜິດຊອບການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ຈະຕີລາຄາຄືນການພັດທະນາການທ່ອງທ່ຽວຂອງບັນດາປະເທດ ອາຊຽນ
            ເວທີປາໄສການທ່ອງທ່ຽວ ອາຊຽນ (ATF) 2019 ດ້ວຍຫົວຂໍ້ວ່າ “ອາຊຽນ - ກໍາລັງແຮງຂອງຄວາມເປັນເອກະພາບ” ຈະດໍາເນີນຢູ່ນະຄອນ ຮະລອງ, ແຂວງກວາງນິງ ຂອງຫວຽດນາມ ໃນລະຫວ່າງວັນທີ 14 – 18 ມັງກອນ ປິ 2019. ດ້ວຍເປົ້າໝາຍ ສ້າງ ປະຊາຄົມ ອາຊຽນ ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາ, ກາຍເປັນ ຈຸດນັດພົບທີ່ດູດດື່ມສໍາລັບແຂກທ່ອງທ່ຽວທັງພາຍໃນ ແລະ ນອກພາກພື້ນ, ທີ່ເວທີປາໄສຄັ້ງນີ້ ຈະມີບັນດາວາລະປະຊຸມລະຫວ່າງບັນດາການນໍາອົງການທ່ອງທ່ຽວແຫ່ງຊາດຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດ ຄູ່ຮ່ວມມື. ລັດຖະມົນຕີກະຊວງຮັບຜິດຊອບການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ຈະສຸມໃສ່ປືກສາຫາລືບັນດາເນື້ອໃນຄື: ຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງ; ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ; ພັດທະນາການທ່ອງທ່ຽວແບບຍືນຍົງ ເປັນຕົ້ນ. ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທໍາ - ກິລາ ແລະ ການທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ:
        ເວທີປາໄສຄັ້ງນີ້ ແມ່ນເວທີປາໄສທີ່ມີຄວາມສໍາຄັນຍິ່ງ. ລັດຖະມົນຕີກະຊວງຮັບຜິດຊອບການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ຈະຕີລາຄາຄືນການພັດທະນາການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ແລະ ຕາມນັ້ນແລ້ວ ຈະມີບັນດາມາດຕະການ, ທິດທາງເພື່ອດຶງດູດແຂກທ່ອງທ່ຽວສາກົນ ມາທ່ອງທ່ຽວຢູ່ບັນດາປະເທດ ອາຊຽນ ຫຼາຍກວ່່າອີກ. ນີ້ກໍ ແມ່ນໂອກາດເພື່ອໃຫ້ພວກເຮົາໂຄສະນາພາບພົດຂອງຮະລອງ, ຂອງປະເທດຊາດ ເຊິ່ງເປັນສະຖານທ່ອງທ່ຽວພັດທະນາທີ່ສຸດ ແລະ ດູດດື່ມ, ປອດໄຟ ແລະ ປະຊາຊົນມີຈິດໃຈຮັກແພງແຂກຄົນ”.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top