• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລື່ອງລາວຂອງອາສາສະໝັກ “ພິເສດ” ຢູ່ແນວໜ້າປ້ອງກັນຕ້ານໂລກລະບາດໂຄວິດ-19

      ປະຈຸບັນ, ຢູ່ນະຄອນ ໂຮ່ຈີມິນ ມີຜູ້ເຄີຍຕິດເຊື້ອພະຍາດໂຄວິດ - 19 ຫຼາຍຄົນ ພາຍຫຼັງທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ໄດ້ຈົດທະບຽນເປັນອາສາສະໝັກຢູ່ບັນດາທ້ອງຖິ່ນ.
(ຫງວຽນມິນດຶກ ສົ່ງຖັງອົກຊີໂດຍບໍ່ເກັບຄ່າ)
      ດ້ວຍທ່າແຮງແມ່ນຮ່າງກາຍມີພູມຕ້ານທານທີ່ດີ, ມີຄວາມເຂົ້າໃຈເຂດທີ່ຢູ່ອາໄສ, ເຂົ້າໃຈຈິດໃຈຂອງຄົນເຈັບ, ອາສາສະໝັກທີ່ເຄີຍເປັນ F0 ເຫຼົ່ານີ້ ພວມຕັ້ງໜ້າປະກອບສ່ວນໃຫ້ແກ່ການຕໍ່ສູ້ຕ້ານໂລກລະບາດຂອງນະຄອນ.
      ກວ່າເຄິ່ງເດືອນຜ່ານມາ, ກອງໜູນຊ່ວຍຖັງອົກຊີໂດຍບໍ່ເກັບຄ່າຂອງຄະນະຊາວໜຸ່ມເມືອງ 4, ນະຄອນໂຮ່ຈີມິນ ມີອາສາສະໝັກພິເສດຕື່ມອີກຜູ້ໜຶ່ງ, ນັ້ນແມ່ນ ຫງວຽນມິນດຶກ, ນັກຮຽນຫ້ອງມໍ 7 ໂຮງຮຽນມັດທະຍົມຕອນປາຍ ຫງວຽນຮິວເທາະ. ໂດຍແມ່ນສະມາຊິກທີ່ມີອາຍຸນ້ອຍກວ່າໝູ່ ແຕ່ດ້ວຍຄວາມຫ້າວຫັນຂອງນັກຮຽນຜູ້ນີ້ກໍ່ບໍ່ຕ່າງຫຍັງກັບຊຸມອ້າຍເອື້ອຍ. ດຶກຕິດເຊື້ອພະຍາດໂຄວິດ-19 ໃນທ້າຍເດືອນ ກໍລະກົດ, ລາວໄດ້ແຍກຕົວຢູ່ເຮືອນ ແລະ ປະຕິບັດຕາມຄຳແນະນຳຂອງທ່ານໝໍ. ພາຍຫຼັງເວລາປະມານ 10 ມື້, ດຶກ ສາມາດເອົາຊະນະໂລກລະບາດໂຄວິດ -19 ແລະ ໄດ້ແຍກຕົວຕິດຕາມອາການ 14 ວັນຕື່ມອີກ, ດຶກ ໄດ້ອ່ານໜັງສືພິມກ່ຽວກັບຜູ້ທີ່ເຄີຍຕິດເຊື້ອພະຍາດໂຄວິດ-19 (F0) ເປັນອາສາສະໝັກຊ່ວຍເຮັດວຽກຢູ່ໂຮງໝໍ ແລະ ນັກຮຽນຜູ້ນີ້ກໍ່ໄດ້ຈົດທະບຽນເປັນອາສາສະໝັກຢູ່ຄະນະຊາວໜຸ່ມເມືອງ 4. ຢູ່ທີ່ນີ້, ດຶກ ໄດ້ຮັບຊຸດກັນເຊື້ອພະຍາດ, ໄດ້ຝຶກອົບຮົບກ່ຽວກັບຂັ້ນຕອນ… ເຮັດແນວໃດເພື່ອໃຫ້ມີຄວາມປອດໄພ. ຫງວຽນມິນດຶກ, ແບ່ງປັນວ່າ:
       “ນ້ອງອ່ານໜັງສືພິມເຫັນວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 (F0), ເສຍຊີວິດຫຼາຍຄົນ ສະນັ້ນນ້ອງຈຶ່ງຢາກປະກອບສ່ວນເຫື່ອແຮງຂອງຕົນເພື່ອໃຫ້ໂລກລະບາດຖອຍໄປໂດຍໄວ. ນ້ອງເຄີຍຕິດເຊື້ອໂຄວິດມາແລ້ວ ສະນັ້ນພູມຕ້ານທານກໍ່ແຮງກວ່າຄົນທຳມະດາ ແລະ ມາແຫ່ງນີ້ກໍ່ໄດ້ຮັບຊຸດກັນເຊື້ອພະຍາດຢ່າງຄົບຖ້ວນ. ນ້ອງກໍ່ເມື່ອຍຢູ່ ແຕ່ເມື່ອເຫັນປະຊາຊົນລໍຖ້າຖັງອົກຊີ ແລະ ຕົນເອງກໍ່ໄດ້ເອົາໄປສົ່ງໃຫ້ທັນການນັ້ນ ຮູ້ສຶກດີໃຈຫຼາຍ ແລະ ນ້ອງກໍ່ຖືເອົາສິ່ງນັ້ນມາເປັນກຳລັງໜູນ”.
(ຊ່ວຍໄປຕະຫຼາດໃຫ້ຊາວບ້ານ)
      ມີຖັນແຖວອາສາສະໝັກໃນອະດີດເຄີຍເປັນ F0 ກໍ່ພວມມານະພະຍາຍາມເຂົ້າຮ່ວມວຽກງານປ້ອງກັນຕ້ານໂລກລະບາດຢູ່ທ້ອງຖິ່ນນັ້ນແມ່ນ 2 ເອື້ອຍນ້ອງ ດິງຢາງເຕິມ ແລະ ດິງບ໋າວຮົ່ງ, ອາໄສຢູ່ຕາແສງ 19, ເມືອງ ບິ່ງແທ້ງ. ຕົ້ນເດືອນ ກໍລະກົດ, ທັງບ້ານຖືກຈຳກັດບໍລິເວນຍ້ອນມີຫຼາຍຄອບຄົວ F0, ໃນນັ້ນມີຄອບຄົວຂອງ ເຕິມ ແລະ ຮົ່ງ,ສະມາຊິກຄອບຄົວມີທັງໝົດ 11 ຄົນ ໃນນັ້ນຕິດເຊື້ອພະຍາດໂຄວິດ-19 ເຖິງ 8 ຄົນ. ພາຍຫຼັງທີ່ພ້ອມກັບຄອບຄົວມາແຍກຕົວຢູ່ສູນ ແລະ ປິ່ນປົວຫາຍດີ ແລ້ວກັບເມືອບ້ານ, ເຕິມ ແລະ ຮົ່ງ ໄດ້ພາກັນຂໍເປັນອາສາສະໝັກ. ໃນເບື້ອງຕົ້ນ, 2 ເອື້ອຍນ້ອງຖືກແບ່ງວຽກໃຫ້ຈົດຂໍ້ມູນ, ໜູນຊ່ວຍສະຖານທີ່ເກັບຕົວຢ່າງ ແລະ ສັກວັກຊິນຢູ່ເມືອງ 8. ແຕ່ເມື່ອທາງນະຄອນເພີ່ມທະວີມາດຕະການ ແຍກຫ່າງທາງສັງຄົມ, ສອງເອື້ອຍນ້ອງຈຶ່ງຂໍເປັນອາສາສະໝັກຢູ່ຕາແສງທີ່ຕົນອາໄສຢູ່. ດິງຮົ່ງບ໋າວ ແບ່ງປັນວ່າ:
      “ຕອນບ້ານນ້ອງຖືກຈຳກັດບໍລິເວນນັ້ນ ເຫັນອາວອາໃນຕາແສງຊ່ວຍໄປຕະຫຼາດໃຫ້ຊາວບ້ານ,ນ້ອງເຫັນວ່າເຂົາເຈົ້າມີຄວາມລຳບາກ ສະນັ້ນປະຈຸບັນເມື່ອບ້ານໄດ້ຍົກເລີກການຈຳກັດບໍລິເວນແລ້ວ ນ້ອງກໍ່ຢາກໄປຊ່ວຍທຸກຄົນສ່ວນໃດສ່ວນໜຶ່ງ. ເວົ້າລວມແມ່ນ ໃນຊຸມມື້ທຳອິດມີຜູ້ຊື້ເຄື່ອງຂອງຫຼາຍສະນັ້ນກໍ່ລຳບາກຢູ່. ແຕ່ພວກນ້ອງເຫັນວ່າ ເມື່ອຍແຕ່ກໍ່ມ່ວນ”.
      ສ່ວນຄອບຄົວຂອງ ດິງຢາງເຕິມ ຍາມໃດກໍ່ຈື່ຄຳບອກສອນຂອງແມ່ກ່ອນທີ່ຈະໄປຂໍເປັນອາສາສະໝັກ ນັ້ນແມ່ນ ຍາມໃດກໍ່ຕ້ອງຮັກສາຄວາມປອດໄພໃຫ້ແກ່ຕົນເອງ ແລະ ທຸກຄົນ.
      “ນ້ອງພວມຮຽນຢູ່ວິທະຍາໄລແພດສາດ ຮົ່ງດຶກ, ນ້ອງກໍ່ມີຄວາມຮູ້ກ່ຽວກັບຢາໂດຍພື້ນຖານ ສະນັ້ນນ້ອງຢາກຊ່ວຍເຫຼືອທຸກຄົນ. ຖ້າຫາກວ່າຖືກຕິດ ໂຄວິດ-19 ຄືນໃໝ່ ກໍ່ບໍ່ເປັນຫ່ວງຄືຄັ້ງທຳອິດອີກ. ນ້ອງເປັນຫ່ວງພຽງຢ່າງດຽວວ່າ ຢ້ານບໍ່ຮູ້ຕົນເອງຕິດເຊື້ອແລ້ວໄປຕິດໃສ່ຄົນອື່ນຕໍ່ ສະນັ້ນນ້ອງຈຶ່ງຕ້ອງຮັກສາຄວາມປອດໄພໃຫ້ແກ່ຕົນເອງ.”
      ແບ່ງປັນກ່ຽວກັບການປະກອບສ່ວນຂອງອາສາສະໝັກທີ່ເຄີຍຕິດເຊື້ອພະຍາດໂຄວິດ-19 ເມື່ອເຂົ້າຮ່ວມວຽກງານປ້ອງກັນ ຕ້ານໂລກລະບາດຢູ່ທ້ອງຖິ່ນ, ທ່ານນາງ ເຈິ່ນທ້ຽນບ໋າວຄາງ, ປະທານສະຫະພັນແມ່ຍິງຕາແສງ 19, ເມືອງ ບິ່ງແທ້ງ, ໃຫ້ຮູ້ວ່າ:
      “ພວກເພື່ອນມີຄວາມສຸດຈິດສຸດໃຈຫຼາຍ, ບໍ່ຫວາດຫວັ່ນຕໍ່ຄວາມລຳບາກ. ພວກເພື່ອນລ້ວນແຕ່ດຳລົງຊີວິດຢູ່ບໍລິເວນຕາແສງ ສະນັ້ນຈຶ່ງສາມາດກຳແໜ້ນໄດ້ກ່ຽວກັບບໍລິເວນ, ສິ່ງດັ່ງກ່າວໄດ້ສ້າງຄວາມສະດວກໃນການໄປສົ່ງເຄື່ອງຂອງ. ຂົນຂວາຍກຳລັງດັ່ງກ່າວເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດແມ່ນຊ່ວຍຫຼຸດຜ່ອນຄວາມກົດດັນໃຫ້ຂັ້ນທ້ອງຖິ່ນ, ຮາກຖານຫຼາຍທີ່ສຸດ”.
      ຫງວຽນມິງດຶກ ຫຼື 2 ເອື້ອຍນ້ອງ ຢາງເຕິມ- ບ໋າວຮົ່ງ ພຽງແຕ່ແມ່ນ 3 ຄົນໃນຈຳນວນຜູ້ທີ່ເຄີຍຕິດເຊື້ອພະຍາດໂຄວິດ 19 ທີ່ພວມເປັນອາສາສະໝັກຢູ່ບັນດາທ້ອງຖິ່ນຂອງນະຄອນໂຮ່ຈີມິນ. ແຕ່ລະຄົນໄດ້ປະກອບສ່ວນດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ແຕ່ທັງໝົດເຫຼົ່ານັ້ນກໍ່ລ້ວນແຕ່ເປັນສິ່ງລ້ຳຄ່າ ແລະ ແຕ່ລະມື້ເຂົາເຈົ້າໄດ້ເສີມຂະຫຍາຍຈິດໃຈອາສາສະໝັກ ສ້າງເປັນກຳລັງແຮງສັງລວມຂອງວົງຄະນະຍາດຊຸມຊົນເພື່ອຊ່ວຍໃຫ້ນະຄອນໂຮ່ຈີມິນ ສາມາດຄວບຄຸມໂລກລະບາດ ແລະ ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top