• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມເຄື່ອນໄຫວສາຍທ່ອງທ່ຽວສອງປະເທດ-4ຈຸດນັດພົບລະຫວ່າງຫວຽດນາມແລະຈີນ

ນັກ​ທ່ອງ​ທ່ຽວ​ຈີນ ຢ້ຽມ​ຢາມ​ຫວຽດ​ນາມ
        ວັນ​ທີ 5/1, ຢູ່​ນະ​ຄອນ ມອງ​ກາຍ ແຂວງ ກວ໋າງ​ນີງ ໄດ້​ດຳ​ເນີນ​ພິ​ທີ​ເລີ່ມເຄື່ອນ​ໄຫວ​ສາຍ​ທ່ອງ​ທ່ຽວ​ສອງ​ປະ​ເທດ - 4 ຈຸດ​ນັດ​ພົບ. ​ສາຍ​ທ່ອງ​ທ່ຽວ​ດັ່ງ​ກ່າວ​ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ຢ້ຽມ​ຢາມ ຮ້າ​ລອງ ມອງ​ກາຍ (ຫວຽດ​ນາມ) - ຕຸງ​ຊີງ - ເກວ​ຫລີນ ຂອງ​ຈີນ ແລະ ກົງ​ກັນ​ຂ້າມ ໂດຍ​ນະ​ຄອນ ມອງ​ກາຍ ແລະ ນະ​ຄອນຕຸງ​ຊີງ ສ້າງ​ຕັ້ງ. ນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ສອງ​ແຂວງສອງ​ແຂວງ​ເວົ້າ​ລວມກ​ໍ​ຄື​ຂອງ​ນະ​ຄອນ ມອງ​ກາຍ ແລະ​ນະ​ຄອ​ນ ຕຸງ​ຊີງ ເວົ້າ​ສະ​ເພາະ ເປີດ​ສາກ​ໃຫ້​ປີ​ທ່ອງ​ທ່ຽວ ມອງ​ກາຍ ປີ 2017. ໃນ​ຂອບ​ເຂດ​ສາຍ​ທ່ອງ​ທ່ຽວ​ສອງ​ປະ​ເທດ, 4 ຈຸດນ​ັດ​ພົບ, ນັກ​ທ່ອງ​ທ່ຽວ​ສອງ​ປະ​ເທດ​ຈະ​ໄດ້​ຊົມ​ໃຊ້​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫລາຍ​ແຫ່ງ​ຂອງ​ແຕ່​ລະ​ຝ່າຍ. ອຳ​ນາດ​ການ​ປົກ​ຄອງ ແລະ ຂະ​ແຫນງ​ທ່ອງ​ທ່ຽວ​ທ້ອງ​ຖິ່ນ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ສ້າງ​ເງື່ອນ​ໄຂ​ສະ​ດວກ, ເພື່ອ​ເຮັດ​ລະ​ບຽບ​ການ​ເຂົ້າ​ອອກ​ເມືອງ​ຢ່າງວ່ອງ​ໄວ, ເປີດກວ້າງ​ລາຍ​ການ​ທ່ອງ​ທ່ຽວ, ຍົກ​ສູງ​ຄຸ​ນ​ນະ​ພາບ​ບັນ​ດາ​ບໍ​ລິ​ການ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ຂອງ​ນັກ​ທ່ອງ​ທ່ຽວ, ສ້າງ​ເຄື່ອງ​ໝາຍ​ລາຍ​ການ​ທ່ອງ​ທ່ຽວ​ດັ່ງ​ກ່າວ​ໃຫ້​ກາຍ​ເປັນ​ລາຍ​ການ​ທ່ອງ​ທ່ຽວ​ເປັນ​ເອ​ກະ​ລັກ​ສະ​ເພາະ, ດູດ​ດື່ມ, ຍາມ​ໃດ​ກໍ​ແມ່ນ​ການ​ເລືອກ​ເຟັ້ນ​ຕົ້ນ​ຕໍ​ຂອງ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ, ຈີນ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top