• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ຮ່ວມມືກັນເພື່ອຮັບມືກັນໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ

      ທ່ານ Guterres ສະແດງຄວາມປາດຖະໜາຢາກເຫັນວ່າ ນັບມື້ນັບມີຫຼາຍບໍລິສັດ ມີຄວາມຮັບຜິດຊອບກ່ຽວກັບສິ່ງແວດລ້ອມກ່ວາອີກ, ພັດທະນາຫຼາຍມາດຕະການຂຽວ ແລະ ສະອາດກ່ວາອີກ, ວາງອອກຫຼາຍເປົ້າໝາຍກ່ວາອີກ ເພື່ອມຸ່ງໄປເຖິງການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ ເຊິ່ງ ສປຊ ໄດ້ວາງອອກ,
ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Getty Images/TTXVN)
      ວັນທີ 15 ກັນຍາ, ກ່າວຄຳເຫັນທີ່ການປະຊຸມກັບ ສະຫະພາບທົ່ວໂລກ ບັນດາກຸ່ມບໍລິສັດໃຫຍ່ຮ່ວມມືກັບ ສປຊ (ຍັງໄດ້ເອີ້ນຫຍໍ້ວ່າ UN Global Compact), ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງບັນດາຄູ່ຮ່ວມມືພາກລັດ ແລະ ເອກະຊົນ ຈົ່ງຮ່ວມມືກັບ ສປຊ ເພື່ອຟື້ນຟູໂລກແບບຍືນຍົງ ພາຍຫຼັງໂລກລະບາດໂຄວິດ - 19, ພ້ອມທັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ບັນດາຄູ່ຮ່ວມືມພາກລັດ - ເອກະຊົນຕ້ອງເພີ່ມການລົງທຶນແຫຼ່ງກຳລັງໃຫ້ແກ່ວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຢາກເຮັດໄດ້ຄືນແນວນັ້ນ, ຕ້ອງມີການຮ່ວມແຮງຮ່ວມໃຈ ຂອງບັນດາວິສາຫະກິດອຸດສາຫະກຳ, ສ້າງບັນດາຄວາມຊິ້ນເຄີຍໃນການບໍລິໂພກໃໝ່ ແລະ ນຳໃຊ້ຜົນສະທ້ອນຂອງເຂົາເຈົ້າ ເພື່ອນຳບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຕາມທິດມຸ່ງໄປເຖິງການປົກປັກຮັກສາສິ່ງແວດລ້ອມ.
      ໄປຄຽງຄູ່ກັນນັ້ນ, ທ່ານ Guterres ສະແດງຄວາມປາດຖະໜາຢາກເຫັນວ່າ ນັບມື້ນັບມີຫຼາຍບໍລິສັດ ມີຄວາມຮັບຜິດຊອບກ່ຽວກັບສິ່ງແວດລ້ອມກ່ວາອີກ, ພັດທະນາຫຼາຍມາດຕະການຂຽວ ແລະ ສະອາດກ່ວາອີກ, ວາງອອກຫຼາຍເປົ້າໝາຍກ່ວາອີກ ເພື່ອມຸ່ງໄປເຖິງການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ ເຊິ່ງ ສປຊ ໄດ້ວາງອອກ, ພ້ອມທັງປະກອບສ່ວນເຂົ້າໃນການຍົກສູງລະດັບຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ຮັດແຄບຊ່ອງວ່າງຄວາມສະເໝີພາບລະຫວ່າງ ຍິງ-ຊາຍ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top