• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ

ນີ້ແມ່ນຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ການຕ້ອນຮັບທ່ານ Salvador Valdes Mesa, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ໃນວັນທີ 13 ກັນຍາ ຢູ່ຮ່າໂນ້ຍ

ການຕ້ອນຮັບ ທ່ານ Salvador Valdes Mesa

ການຢ້ຽມຢາມຂອງການນຳ ກູບາ Fidel Castro ເຖິງເຂດປົດປ່ອຍພາກໃຕ້ ຫວຽດນາມ ໃນເດືອນກັນຍາ 1973 ແມ່ນເຫດການໃນປະຫວັດສາດຂອງການພົວພັນລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ກູບາ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ການຕ້ອນຮັບທ່ານ Salvador Valdes Mesa, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ໃນວັນທີ 13 ກັນຍາ ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດ ທ່ານ Salvador Valdes Mesa ມາ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນທ່ານ Fidel Castro ຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ (9/1973 – 9/2019).

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ກໍ່ມີການເຈລະຈາກັບ ທ່ານຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Salvador Valdes Mesa.

        ທີ່ການເຈລະຈາ, ການນຳ 2 ປະເທດໄດ້ແລກປ່ຽນກ່ຽວກັບບັນດາບັນຫາກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ແລະ ມາດຕະການຊຸກຍູ້, ຍົກສູງປະສິດທິຜົນການຮ່ວມມືແທດຈິງລະຫວ່າງ 2 ປະເທດໃນໄລຍະໃໝ່; ເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ສ້າງກຳລັງໜູນໃຫ້ແກ່ການພົວພັນ 2 ຝ່າຍ; ຜັນຂະຫຍາຍປະສິດທິຜົນບັນດາກົນໄກປຶກສາຫາລື, ແລກປ່ຽນບົດຮຽນລະຫວ່າງ 2 ຝ່າຍ…

ແລະ ກໍ່ໃນວັນດຽວກັນ, ທີ່ຮ່າໂນ້ຍ, ທ່ານປະທານປະເທດ ເຈິ່ນດ້າຍກວາງ  ແລະ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານ Salvador Valdes Mesa, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ເຊັ່ນດຽວກັນ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕີລາຄາສູງການພົວພັນ ຫວຽດນາມ ແລະ ກູບາ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຮອບດ້ານຜ່ານການແລກປ່ຽນຄະນະ ແລະ ການພົບປະສອງຝ່າຍຢູ່ນອກບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາເຫດການສາກົນ. ພ້ອມກັນນັ້ນ, ສອງຝ່າຍກໍ່ຮັກສາການຮ່ວມມືແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສປຊ.

        ທີ່ການຕ້ອນຮັບທ່ານ Salvador Valdes Mesa, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ສະແດງຄວາມປິຕິຊົມຊື່ນເມື່ອການພົວພັນດ້ານການເມືອງລະຫວ່າງ 2 ປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງຜ່ານການຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງຕາມບັນດາທາງຝ່າຍ: ພັກ, ສະພາແຫ່ງຊາດ ແລະ ລະຫວ່າງບັນດາກະຊວງ, ຂະແໜງການທ້ອງຖິ່ນ…

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top