• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ

      ຕອນເຊົ້າວັນທີ 13 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງບາດິງ, ຮວ່ານກ໋ຽມ ຮ່າໂນ້ຍ, ຫວຽດນາມ.

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງບາດິງ 
(ພາບ: Thang Quang)
      ບັນດາຜູ້ມີສິດເລືອກຕັ້ງໄດ້ເຕື້ອງເຖິງບັນຫາຫຼາຍຢ່າງທີ່ສຳຄັນຕໍ່ປະເທດ ແລະ ແທດຈິງສຳລັບຊີວິດການເປັນຢູ່ຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ນີ້ແມ່ນບັນດາຄຳຄິດເຫັນທີ່ລ້ຳຄ່າ, ສະແດງໃຫ້ເຫັນຄວາມຈິງໃຈ, ຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ ເລີ່ມມາຈາກຄວາມສຸດອົກສຸດໃຈ, ມີຄວາມຫວັງ ຢາກປະກອບສ່ວນເຂົ້າໃນການກໍ່ສ້າງພັກ ແລະ ສ້າງສາປະເທດຊາດ. ຜ່ານບັນດາຄຳເຫັນເຫຼົ່ານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ສະຫຼຸບ, ເອົາໃຈໃສ່ເຖິງບັນດາກຸ່ມບັນຫາ. ກຸ່ມບັນຫາທຳອິດ ແມ່ນການປະກອບຄຳເຫັນໃສ່ກົດໝາຍຈະໄດ້ຍົກອອກມາປຶກສາຫາລືໃນກອງປະຊຸມສະໄໝສາມັນສະພາແຫ່ງຊາດໃນຕໍ່ໜ້າ ຢ່າງລະອຽດຄື: ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ກົດໝາຍວ່າດ້ວຍການສຶກສາ, ການວາງແຜນຜັງ… ແລະອື່ນໆ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ ບັນດາຜູ້ແທນ ຈະສະຫຼຸບບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງນັ້ນ ເປັນຫຼັກຖານເພື່ອປຶກສາຫາລືຢູ່ສະພາແຫ່ງຊາດ. ກຸ່ມບັນຫາທີ 02, ນັ້ນແມ່ນ ວຽກງານການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ, ບັນຫາຫຍໍ້ທໍ້.  ຕໍ່ໜ້າຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ຕື່ມອີກວ່າ ວຽກງານຕ້ານການສໍ້ບາດບັງຫຼວງພວມພັດທະນາກາຍເປັນທ່າອ່ຽງ. ເພື່ອໃຫ້ການຕໍ່ສູ້ດັ່ງກ່າວບັນລຸປະສິດທິຜົນນັ້ນ, ຕາມທ່ານເລຂາທິການໃຫຍ່ ແລ້ວ, ບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ແມ່ນມີຄວາມສຳຄັນທີ່ສຸດ. ຄຽງຂ້າງນັ້ນ, ປະຊາຊົນ, ຜູ້ມີສິດເລືອກຕັ້ງ, ໝູ່ຄະນະໜ່ວຍພັກ ກໍ່ຕ້ອງຕິດຕາມກວດກາ ເພື່ອໃຫ້ພະນັກງານບໍ່ກ້າ, ບໍ່ສາມາດ ແລະ ບໍ່ສໍ້ລາດບັງຫຼວງ. ທ່ານເລຂາທິການໃຫຍ່ ໄດ້ຢັ້ງຢືນວ່າ: ຜ່ານບັນດາເຫດການໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ບໍ່ພຽງແຕ່ຫາງສຽງພາຍໃນປະເທດມີຄວາມສົນໃຈເຖິງບັນຫານີ້ເທົ່ານັ້ນ ຫາກຫາງສຽງສາກົນກໍມີຄວາມສົນໃຈເຊັ່ນດຽວກັນອີກດ້ວຍ ແລະ ເຂົາເຈົ້າກໍໄດ້ຊົມເຊີຍວິທີປະຕິບັດຂອງຫວຽດນາມໃນໄລຍະຜ່ານມາ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top