• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ

      ວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ

ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ແລະ ທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ
      ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕີລາຄາສູງນ້ຳໃຈອັນດີງາມ ແລະ ການປະກອບສ່ວນອັນຕັ້ງໜ້າຂອງ ທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃນຊຸມປີທີ່ຜ່ານມາ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຫວັງວ່າ 2 ປະເທດສືບຕໍ່ຍູ້ແຮງ ແລະຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດຕ່າງໆ, ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
     ສ່ວນທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ ໝັ້ນໝາຍສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຫວຽດນາມ-ກູບາໃນທຸກຖານະຕຳແໜ່ງຂອງຕົນ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top