• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືສາກົນໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳຟອກເງິນ

      ວັນທີ 21 ທັນວາ ຢູ່ຮ່າໂນ້ຍ, ສະຖາບັນແຫ່ງລັດ ແລະ ກົດໝາຍ (ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ) ໄດ້ສົມທົບກັບສະມາຄົມທະນາຍຄວາມ ອາເມລິກາ ຈັດກອງປະຊຸມສຳມະນາສາກົນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຟອກເງິນ.
ກອງປະຊຸມສຳມະນາສາກົນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຟອກເງິນ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງສາດສະດາຈານ, ປອ. ເຈືອງໂຮ່ຫາຍ ຫົວໜ້າສະຖາບັນແຫ່ງລັດ ແລະ ກົດໝາຍ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ຢາກຮຽນຮູ້ບົດຮຽນປະສົບການສາກົນກ່ຽວກັບວຽກງານປ້ອງກັນ, ຕ້ານການຟອກເງິນ ແນໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ປັບປຸງ ແລະ ເພີ່ມທະວີການເຄື່ອນໄຫວປ້ອງກັນ, ຕ້ານອາດຊະຍາກຳຟອກເງິນ ທີ່ສາມາດຕອບສະໜອງຕາມມາດຕະຖານສາກົນ.
        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານສາກົນຂອງສະມາຄົມທະນາຍຄວາມ ອາເມລິກາ ໄດ້ແບ່ງປັນຄວາມຮູ້ໂດຍລວມກ່ຽວກັບຜົນກະທົບຂອງການຟອກເງິນທີ່ອາດຈະເກີດຂຶ້ນຕໍ່ຂົງເຂດການເງິນ, ຄວາມໝັ້ນຄົງຂອງບັນດາປະເທດ ກໍຄື ຜົນຕາມມາຂອງການປ້ອງກັນ, ຕ້ານການຟອກເງິນທີ່ມີຕໍ່ສັງຄົມ ແລະ ລະບົບເສດຖະກິດເວົ້າລວມ. ບັນດານັກຊ່ຽວຊານກໍໄດ້ແບ່ງປັນກ່ຽວກັບແບບວິທີ, ກົນອຸບາຍຂອງອາດຊະຍາກຳ; ປະສົບການຄຸ້ມຄອງ - ຕ້ານການຟອກເງິນຢູ່ກາຊີໂນ, ບ່ອນຫຼີ້ນເກມຊີງໂຊກຢູ່ ອາເມລິກາ; ບົດຮຽນ, ປະສົບການ ແລະ ຂໍ້ສະເໜີແນະໃນການສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນໃຫ້ສົມບູນແບບຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 
 

ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ

ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ

ກອງປະຊຸມ G20 ປີ 2025 ມີຫົວຂໍ້ “ສາມັກຄີ, ສະເໝີພາບ ແລະ ການພັດທະນາແບບຍືນຍົງ”, ຈັດຂຶ້ນແຕ່ວັນທີ 22 – 23 ພະຈິກ, ຢູ່ນະຄອນ Johannesburg ຂອງ ອາຟະລິກາໃຕ້.

Top