• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ເບລາຣຸດ ໃນຫຼາຍຂົງເຂດ

ໃນລະຫວ່າງວັນທີ 24 – 26 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ສ.ເບລາຣຸດ  Igor Lyashenko ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້. 

ການເຈລະຈາລະຫວ່າງສອງຝ່າຍ (ພາບ: VGP) 

ວັນທີ 25 ກັນຍາ, ທີ່ການເຈລະຈາລະຫວ່າງຮອງນາຍົກລັດຖະມົນຕີທັງສອງທີ່ຈັດຂຶ້ນຢູ່ຮ່າໂນ້ຍ, ສອງຝ່າຍໄດ້ເຫັນດີ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການສົມທົບວຽກງານຢູ່ບັນດາເວທີປາໄສຫຼາຍຝ່າຍ, ຜ່ານນັ້ນ ປະກອບສ່ວນປົກປ້ອງຜົນປະໂຫຍດແຫ່ງຊາດຂອງແຕ່ລະປະເທດ. ສອງຝ່າຍຍັງເຫັນດີສົມທົບກັນຜັນຂະຫຍາຍປະຕິບັດສັນຍາການຄ້າເສລີ ລະຫວ່າງລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ແລະ ອະນຸສັນຍາວ່າດ້ວນການຊ່ວຍໜູນການຜະລິດຍານພາຫະນະຂົນສົ່ງ ບົນດິນແດນຫວຽດນາມ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 500 ລ້ານ USD ຕໍ່ ປີໃນຊຸມປີທີ່ຈະມາເຖິງ, ພ້ອມທັງຄົ້ນຄວ້າ ແລະ ເປີດກວ້າງການຮ່ວມມືໃນຂົງເຂດກະສິກໍາ. ສອງຝ່າຍຍັງເຫັນດີສືບຕໍ່ຮ່ວມມືໃນຂົງເຂດວິທະຍາສາດ, ການສຶກສາ ແລະ ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ສ່ວນ ທ່ານຮອງນາຍົກລັດຖະມົນຕີ ສ.ເບລາຣຸດ  Igor Lyashenko ໄດ້ຢືນຢັນສະໜັບສະໜູນຫຼັກໝັ້ນຂອງຫວຽດນາມໃນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ.

        ພາຍຫຼັງການເຈລະຈາ, ສອງຝ່າຍໄດ້ເປັນສັກຂີພິຍານພິທີລົງນາມໃນໂຄງການຮ່ວມມືທາງດ້ານວັດທະນະທຳລະຫວ່າງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ກະຊວງວັດທະນະທຳ ເບລາຣຸດ ໄລຍະ 2020 – 2022.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top