• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືກ່ຽວກັບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງລະຫວ່າງ ຫວຽດນາມ ແລະ ສາທາລະນະລັດ ຝະລັ່ງ

      ບົດບັນທຶກຊ່ວຍຈຳການຮ່ວມມືໄດ້ສ້າງພື້ນຖານໃຫ້ແກ່ສາຍພົວພັນຮ່ວມມືສອງຝ່າຍລະຫວ່າງສອງອົງການ.

ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ
(ພາບ: Nguyễn Dân/TTXVN)
      ໃນຕອນບ່າຍວັນທີ 15 ມັງກອນ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ແລະ ພົບປະເຈລະຈາກ່ຽວກັບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງລະຫວ່າງອົງການກວດກາລັດຖະບານ ຫວຽດນາມ ແລະ ອົງການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ສາທາລະນະລັດ ຝະລັ່ງ. ທີ່ການພົບປະເຈລະຈາ, ສອງອົງການໄດ້ແນະນຳພາລະບົດບາດ, ໜ້າທີ່ ແລະ ໂຄງປະກອບ, ການຈັດຕັ້ງການເຄື່ອນໄຫວ; ປຶກສາຫາລື, ແບ່ງປັນບົດຮຽນກ່ຽວກັບໝາກຜົນຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ກໍ່ຄືທິດທາງວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງຂອງແຕ່ລະປະເທດໃນຕໍ່ໜ້າ.
        ກ່າວຄຳເຫັນທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ທ່ານ ເລມີງຄ໋າຍ ຫົວໜ້າອົງການກວດກາລັດຖະບານ ຫວຽດນາມ ຢືນຢັນວ່າ: ບົດບັນທຶກຊ່ວຍຈຳການຮ່ວມມືໄດ້ສ້າງພື້ນຖານໃຫ້ແກ່ສາຍພົວພັນຮ່ວມມືສອງຝ່າຍລະຫວ່າງສອງອົງການ. ຕາມນັ້ນແລ້ວ, ທັງສອງອົງການສອງປະເທດຈະຊຸກຍູ້ການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ເອກະສານກ່ຽວກັບວິຊາສະເພາະ, ວິຊາການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ; ແລກປ່ຽນບົດຮຽນກ່ຽວກັບບັນດາມາດຕະການວິຊາການເພື່ອແນໃສ່ພົບເຫັນບັນດາການກະທຳສໍ້ລາດບັງຫຼວງ ແລະ ແບບວິທີການເຄື່ອນໄຫວຂອງບັນດາເປົ້າໝາຍທີ່ມີການກະທຳສໍ້ລາດບັງຫຼວງ. ຄຽງຄູ່ກັນນັ້ນ, ສອງອົງການກໍ່ຈັດຕັ້ງ, ເຂົ້າຮ່ວມບັນດາເວທີປາໃສ, ກອງປະຊຸມສຳມະນາ, ກອງປະຊຸມກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການສຶກສາປະຊາຄົມເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຕ້ານການສໍ້ລາດບັງຫຼວງ.
(ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top