• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

      ວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ, ປະທານຄະນະກຳມະການສັນຕິພາບຫວຽດນາມ ໄດ້ເຈລະຈາກັບທ່ານ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດ ສປປລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 21­- 23 ສິງຫາ. 
      ທີ່ການເຈລະຈາ, ສອງຝ່າຍແບ່ງປັນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ແລກປ່ຽນຄຳເຫັນກ່ຽວກັບສະພາບການເຄື່ອນໄຫວ ແລະ ການຮ່ວມມືຂອງສອງຄະນະກຳມະການໃນໄລຍະມໍ່ໆມານີ້. ໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຂອງສອງຄະນະກຳມະການໃນບັນດາການເຄື່ອນໄຫວລະອຽດ, ມີຄວາມໝາຍແທດຈິງຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີ, ເພີ່ມທະວີການສົມທົບ ແລະ ຫນູນຊ່ວຍເຊິ່ງກັນ ແລະກັນໃນບັນດາການເຄື່ອນໄຫວການຕ່າງປະເທດປະຊາຊົນ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການ ແລະ ການເຄື່ອນໄຫວຂອງແຕ່ລະຝ່າຍ, ບັນດາຂໍ້ມູນຂ່າວຫົວເລື່ອງສະເພາະຫລືບົດຮຽນວິຊາສະເພາະກ່ຽວຂ້ອງເຖິງວຽກງານຂອງສອງຝ່າຍ. ການນຳສອງຄະນະກຳມະການກໍ່ເປັນເອກະພາບພິຈາລະນາການສົມທົບກັນຈັດຕັ້ງການເຄື່ອນໄຫວແນະນຳກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ ຫວຽດນາມ ຢູ່ລາວ ແລະ ກົງກັນຂ້າມ ເພື່ອແນໃສ່ໂຄສະນາ, ສຶກສາກ່ຽວກັບຄວາມສາມັກຄີ, ມິດຕະພາບ ແບບພິເສດ ຫວຽດນາມ ແລະລາວ ໃຫ້ແກ່ປະຊາຊົນສອງປະເທດ, ເປັນຕົ້ນແມ່ນລຸ້ນຫນຸ່ມ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top