• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຜ່ານທາງອິນເຕີແນັດຂອງກຳມະບານ ຫວຽດນາມ

ກອງປະຊຸມຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມ ຄັ້ງທີ 3 (ຊຸດທີ 12) ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 13 ມີນາ ທີ່ຮ່າໂນ້ຍ. 
ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຂອງກຳມະບານ ຫວຽດນາມ ໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ (ພາບ: Nguyen Hai)

ທີ່ກອງປະຊຸມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບວຽກງານການເງິນຂອງກຳມະບານ, ແຜນຮ່າງປະຕິບັດການທົດລອງຮູບແບບລະບົບການເຄື່ອນໄຫວເສດຖະກິດ ແລະ ກຳນົດມາດຖານຕຳແໜ່ງພະນັກງານກຳມະບານທຸກຂັ້ນ.

        ໃນຂອບເຂດກອງປະຊຸມກໍ່ດຳເນີນພິທີເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຂອງກຳມະບານ ຫວຽດນາມ ໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ. ລະບົບໄດ້ຕິດຕັ້ງໃນປະຕູຖານຂໍ້ມູນເອເລັກໂຕນິກຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ. ຊອັບແວຈະຮັບເອົາຄຳຖາມຂອງຊາວຜູ້ອອກແຮງງານໃນບັນດາຂົງເຂດຂອງປະມວນກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍກຳມະບານ, ກົດໝາຍວ່າດ້ວຍການປະກັນສັງຄົມ…ລະບົບກໍ່ຈະຍົກອອກຄຳໄຈ້ແຍກ, ຄຳຕອບທີ່ເໝາະສົມກັບຄຳຖາມຂອງຊາວຜູ້ອອກແຮງງານໂດຍອັດຕະໂນມັດ.

(ແຫຼ່ງຄັດຈາກ VOV)

ບັດ​ເລືອກ​ຕັ້ງ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ

ບັດ​ເລືອກ​ຕັ້ງ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ

ວັນທີ 15 ມີນາ, ປະຊາຊົນ ຫວຽດນາມ ກ້າວເຂົ້າສູ່ວັນບຸນໃຫຍ່: ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031, ເຫດການການເມືອງສຳຄັນສຳລັບລະບົບບໍລິຫານປະເທດຊາດ. ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງແຕ່ລະຄົນ ບໍ່ພຽງແຕ່ແມ່ນການຄັດເລືອກເອົາບຸກຄົນໜຶ່ງເທົ່ານັ້ນ, ຫາກຍັງແມ່ນການຄັດເລືອກຄຸນນະພາບຂອງອົງການສຳນັກງານສິດອຳນາດລັດ, ຄຸນນະພາບຂອງລະບອບລະບຽບການ ແລະ ຄວາມສາມາດກ້າວກະໂດດຂັ້ນຂອງປະເທດຊາດໃນ 5 ປີຈະມາເຖິງອີກດ້ວຍ.

Top