ເຊີນລາ ມອບຂໍ້ຕົກລົງຖືສັນຊາດ ຫວຽດນາມ ໃຫ້ ພົນລະເມືອງລາວ 123 ຄົນ
ວັນທີ 10 ຕຸລາ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງ ປະທານປະເທດ ວ່າດ້ວຍການຖືສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ ທີ່ເຄື່ອນຍ້າຍພູມລຳເນົາແບບ ຊະຊາຍ ແລະ ແຕ່ງງານບໍ່ມີທະບຽນໃນບໍລິເວັນເມືອງ.

ພົນລະເມືອງລາວ 123 ຄົນ ທີ່ອົບພະຍົບແບບຊະຊາຍໄດ້ຖືສັນຊາດ ຫວຽດນາມ
ວັນທີ 8 ກໍລະກົດ 2013, ລັດຖະບານ ສອງປະເທດ ຫວຽດນາມ - ລາວ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍແກ້ໄຂບັນຫາເຄື່ອນຍ້າຍພູມລຳເນົາແບບຊະຊາຍ ແລະ ແຕ່ງງານບໍ່ມີທະບຽນໃນເຂດຊາຍແດນສອງປະເທດ. ຂໍ້ຕົກລົງມີຜົນສັກສິດພາຍໃນ 3 ປີ ( ນັບແຕ່ວັນທີ 14 ພະຈິກ 2013) ແລະ ໄດ້ຕໍ່ກຳນົດເວລາໄປຮອດວັນທີ 14 ພະຈິກ 2019, ດ້ວຍເປົ້າໝາຍແມ່ນແກ້ໄຂຢ່າງເດັດຂາດຕາມລະບຽບຫຼັກການອອກໃບຢັ້ງຢືນຖືສັນຊາດ ແລະ ສຳມະໂນຄົວຢ່າງວ່ອງໄວ ແລະ ກະທັດລັດ ໃຫ້ຜູ້ທີ່ມີເງື່ອນໄຂຢ່າງຄົບຖ້ວນຕາມຂໍ້ຕົກລົງ.
ຕາມນັ້ນແລ້ວ, ຢູ່ເມືອງອຽນເຈົາ ມີ ພົນລະເມືອງລາວ 123 ຄົນ ທີ່ເຄື່ອນຍ້າຍພູມລຳເນົາແບບຊະຊາຍ ແລະ ແຕ່ງງານບໍ່ມີທະບຽນຢູ່ບັນດາຕາແສງຄື: ຈ່ຽງດົງ, ຊັບວັດ, ເມື່ອງລື້ມ, ຕູ໊ນາງ, ລ໊ອງຟຽງ, ຈ່ຽງເຕືອງ, ຟຽງຂ່ວາຍ, ຈ່ຽງອອນ ໄດ້ຖືສັນຊາດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)