• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູ 53 ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນປີ 2017

      ຕອນເຊົ້າວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ຈັດຕັ້ງພິທີເຊີດຊູ 53 ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີ ສັງກັດບັນດາສະມາຄົມ, ຂະແໜງການໃນທົ່ວປະເທດ, 

 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ  ກ່າວຄຳເຫັນທີ່ພິທີ (ພາບ: VGP)
      ເຊິ່ງແມ່ນບັນດານັກວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນ ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ວຽກງານຂົນຂວາຍ, ສາມັກຄີ ແລະ ເຕົ້າໂຮມຖັນແຖວ ປັນຍາຊົນປີ 2017, ໃນນັ້ນມີ 5 ປັນຍາຊົນມີຜົນງານດີເດັ່ນຫຼາຍຢ່າງ ໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ. ເຂົ້າຮ່ວມພິທີ ມີທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ; ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເມີນ; ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ:
        “ ບັນດາ ປັນຍາຊົນດີເດັ່ນທີ່ໄດ້ຮັບການເຊີດຊູໃນມື້ນີ້ ແມ່ນແບບຢ່າງໃສແຈ້ງບໍ່ພຽງແຕ່ເພື່ອໃຫ້ບັນດານັກວິທະຍາສາດເທົ່ານັ້ນ ຫາກຍັງ ໃຫ້ທຸກຄົນຮ່ຳຮຽນ ແລະ ປະຕິບັດຕາມອີກດ້ວຍ. ລັດຖະບານຫວັງວ່າ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ, ບັນດາສະມາຄົມ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດາປັນຍາຊົນ ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າສວຍງາມ ແລະ ສູງສົ່ງ, ສ້າງກຳລັງແຜ່ຂະຫຍາຍໃນທົ່ວສັງຄົມ. ມີທັດສະນະນັບມື້ນັບເລິກເຊິ່ງ, ກວ້າງຂວາງ ໃນກົນໄກນະໂຍບາຍ ແລະ ມີຄຳຄິດເຫັນໃນການຄົ້ນຄວ້າເພື່ອເຈາະຈີ້ມ ປະກອບສ່ວນຊ່ວຍໃຫ້ພັກ, ລັດ ໃນການກຳນົດແຜນນະໂຍບາຍພັດທະນາ ແລະ ປົກປ້ອງປະເທດຊາດ 
        ໃນຈຳນວນ 53 ປັນຍາຊົນດີເດັ່ນທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ແມ່ນມີລະດັບການສຶກສາ 53 ແມ່ນຮອງສາສະດາຈານ, ປະລິນຍາເອກ ແລະ ທຽບເທົ່າຂຶ້ນໄປ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top