• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເງື່ອນໄຂໃນການຖືສັນຊາດ ຫວຽດນາມ

      ລັດຖະບານ ຫາກໍ່ປະກາດໃຊ້ດຳລັດວ່າດ້ວຍການກຳນົດບາງມາດຕາ ແລະ ມາດຕະການຢ່າງລະອຽດໃນການປະຕິບັດກົດໝາຍວ່າດ້ວຍສັນຊາດ ຫວຽດນາມ.

ໜັງສືຜ່ານແດນ ຫວຽດນາມ 
      ດຳລັດໄດ້ກຳນົດບາງເງື່ອນໄຂໃນການຖືສັນຊາດ ຫວຽດນາມ ຕາມຂໍ້ກຳນົດຂອງ ກົດໝາຍວ່າດ້ວຍສັນຊາດ ຫວຽດນາມ ລວມມີ: ຄວາມສາມາດໃນການ ຮັບຟັງ, ເວົ້າ, ອ່ານ, ຂຽນ ພາສາຫວຽດ ທີ່ເໝາະສົມກັບສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະ ເຮັດວຽກຂອງ ຜູ້ຂໍຖືສັນຊາດ ຫວຽດນາມ. ຜູ້ຂໍຖືສັນຊາດ ຫວຽດນາມຕ້ອງເປັນຄົນທີ່ພວມເຮັດວຽກ ແລະ ດຳລົງຊີວິດ ຢູ່ ຫວຽດນາມ ແລະ ໂດຍອົງການຕຳຫຼວດທີ່ມີສິດອຳນາດຂອງ ຫວຽດນາມ ອອກບັດພັກເຊົາໃຫ້. ຄວາມສາມາດໃນການຮັບປະກັນຊີວິດການເປັນຢູ່ ຢູ່ ຫວຽດນາມຂອງ ຜູ້ຂໍຖືສັນຊາດ ໄດ້ພິສູດຜ່ານຊັບສິນ, ແຫຼ່ງລາຍຮັບທີ່ຖືກຕ້ອງຕາມກົດໝາຍ ຫຼືໄດ້ຮັບການຮັບປະກັນຈາກອົງການຈັດຕັ້ງ, ສ່ວນບຸກຄົນໃດໜຶ່ງຢູ່ ຫວຽດນາມ.
        ດຳລັດຈະມີຜົນສັກສິດເລີ່ມແຕ່ວັນທີ 20 ມີນາ 2020 ເປັນຕົ້ນໄປ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top