• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມເພີ່ມຂຶ້ນແຮງພາຍຫຼັງເຫດການ APEC

ທ່ານ ວູ້ຕ້ຽນໂລກ, ປະທານຫ້ອງການການຄ້າ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ ຜົນສຳເລັດຂອງປີ APEC 2017 ໄດ້ສ້າງກະແສຟອງລົງທຶນຈາກບັນດາພື້ນຖານເສດຖະກິດອາຊີຕາເວັນອອກສ່ຽງເໜືອເພີ່ມຂຶ້ນແຮງ ແລະ ເປັນແກ່ນສານສຳລັບການລົງທຶນຂອງຕ່າງປະເທດເຂົ້າຫວຽດນາມ

ທ່ານ ວູ້ຕ້ຽນໂລກ, ປະທານຫ້ອງການການຄ້າ ອຸດສາຫະກຳຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບກາລະໂອກາດລົງທຶນເຂົ້ານະຄອນ ດານັ້ງ ພາຍຫຼັງຜົນສຳເລັດຂອງປີ APEC 2017 ຊຶ່ງຫາກໍຖືກຈັດຂຶ້ນໃນຕອນເຊົ້າວັນທີ 28 ກຸມພາ, ທ່ານ ວູ້ຕ້ຽນໂລກ, ປະທານຫ້ອງການການຄ້າ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ ຜົນສຳເລັດຂອງປີ APEC 2017 ໄດ້ສ້າງກະແສຟອງລົງທຶນຈາກບັນດາພື້ນຖານເສດຖະກິດອາຊີຕາເວັນອອກສ່ຽງເໜືອເພີ່ມຂຶ້ນແຮງ ແລະ ເປັນແກ່ນສານສຳລັບການລົງທຶນຂອງຕ່າງປະເທດເຂົ້າຫວຽດນາມ.

     ຕາມທ່ານ ວູ້ຕ້ຽນໂລກ ແລ້ວ, ພາຍຫຼັງ ຜົນສຳເລັດຂອງປີ APEC 2017 ແລະ ສັບປະດາຂັ້ນສູງ APEC 2017, ຫວຽດນາມ ແລະ ນະຄອນດານັ້ງພວມກາຍເປັນສະຖານທີ່ດຶງດູດຄວາມສົນໃຈຂອງບັນດາພື້ນຖານເສດຖະກິດໃນໂລກ. ພາຍຫຼັງປີ APEC 2017, ກະແສຟອງລົງທຶນເຂົ້າຫວຽດນາມໄດ້ເພີ່ມຂຶ້ນແຮງ ແລະ ໄດ້ມີການຫັນປ່ຽນຫຼາຍພໍສົມຄວນ.

 ສຳລັບຂົງເຂດເຕັກໂນໂລຢີສູງມີມູນຄ່າເພີ່ມພິເສດ, ຫວຽດນາມມີແງ່ຫວັງດຶງດູດບັນດານັກລົງທຶນທີ່ມາຈາກເອີລົບ, ອາເມລິກາ, ສອດຄ່ອງກັບການກຳນົດທິດພັດທະນາແບບຍືນຍົງຄື ການເຕີບໂຕຂຽວ. ຢູ່ນະຄອນດານັ້ງ, ຄວນສືບຕໍ່ຫນູນຊ່ວຍວິສາຫະກິດ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງເງື່ອນໄຂທີ່ດີສຸດໃຫ້ແກ່ບັນດານັກລົງທຶນ.

(ແຫຼ່ງຄັດຈາກ VOV)

 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top