• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂົ້າຮ່ວມລາຍການທ່ອງທ່ຽວເໝືອນຈິງດ້ວຍໃຊ້ແວ່ນ Gear VR “ໄປຊອກຫາພະລາຊະວັງທີ່ຖືກສູນຫາຍ” Thu Hoa -

      ນັກທ່ອງທ່ຽວທີ່ໄປຢ້ຽມຢາມກຸງເກົ່າເຫ້ວ ອາດຈະເຂົ້າຮ່ວມລາຍການທ່ອງທ່ຽວດ້ວຍການໃຊ້ແວ່ນ Gear VR - “ໄປຊອກຫາພະລາຊະວັງທີ່ຖືກສູນຫາຍຢູ່ສູນຂໍ້ມູນຂ່າວແນະນຳປະຫວັດສາດພະລາຊະວັງເຫ້ວ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງໂຮງ ທາຍຮ່ວາ, ພະລາຊະວັງເຫ້ວ, ຢູ່ນະຄອນເຫ້ວ. ນັບແຕ່ເມື່ອນຳເຂົ້າໃຊ້ການນັບແຕ່ວັນທີ 27 ເມສາ 2018 ມາຮອດປະຈຸບັນ, ລາຍການທ່ອງທ່ຽວດັ່ງກ່າວຕອບສະໜອງ ຄວາມຕ້ອງການຂອງນັກທ່ອງທ່ຽວຢູ່ເຂດມໍລະດົກເຫ້ວ ໄດ້ສ່ວນໃດສ່ວນໜຶ່ງໃນໄລຍະການປະຕິວັດອຸດສາຫະກຳ 4.0.

ໂຄງການບໍລິການບັນເທິງໄດ້ນຳໃຊ້ເຕັກໂນໂລຊີເໝືອນຈິງດ້ວຍການໃຊ້ແວ່ນ Gear VR
(ພາບ: baogiaothong.vn)
      ໂຄງການບໍລິການບັນເທິງໄດ້ນຳໃຊ້ເຕັກໂນໂລຊີເໝືອນຈິງດ້ວຍການໃຊ້ແວ່ນ Gear VR - “ໄປຊອກຫາພະລາຊະວັງທີ່ຖືກສູນຫາຍ” ໄດ້ຮັບການຈັດຕັ້ງໃນຂອບເຂດຂອງແຜນຮ່າງ “ພັດທະນາການບໍລິການບົນພື້ນຖານເສີມຂະຫຍາຍຄຸນຄ່າເຂດປູຊະນີຍະສະຖານກຸງເກົ່າເຫ້ວ ຮອດປີ 2020” ແລະ ແຜນຮ່າງ “ຍົກສູງຄຸນນະພາບການຮັບໃຊ້ນັກທ່ອງທ່ຽວຢູ່ບັນດາສະຖານທີ່ຢ້ຽມຢາມ ຂຶ້ນກັບກຸ່ມປູຊະນີຍະສະຖາເຫ້ວ” ຂອງສູນອະນຸລັກຮັກສາມໍລະດົກກຸງເກົ່າເຫ້ວ. ໂຄງການກໍ່ນອນໃນຂອບເຂດໂຄງການຮ່ວມມືດຳເນີນທຸລະກິດລະຫວ່າງສູນອະນຸລັກຮັກສາມໍລະດົກກຸງເກົ່າເຫ້ວ ແລະ ບໍລິສັດ IV Com ຈຳກັດຜູ້ດຽວ ສົມທົບກັບຄູ່ຮ່ວມມືສ.ເກົາຫຼີ ເຊິ່ງແມ່ນບໍລິສັດ UnderDog Studio. ໂຄງການແບບຮັບໃຊ້ການເຄື່ອນໄຫວສະໜອງຂໍ້ມູນຂ່າວສານໃຫ້ແກ່ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມ ພະລາຊະວັງເຫ້ວ ແລະ ເຂົ້າຮ່ວມການບໍລິການບັນເທິງນຳໃຊ້ເຕັກໂນໂລຊີເໝືອນຈິງຜ່ານແວ່ນ Gear VR ຕາມຫົວຂໍ້ ພະລາດຊະວັງເຫ້ວ ໃນເມື່ອກ່ອນ. ລັກສະນະດຶງດູດຂອງການບໍລິການທ່ອງທ່ຽວດັ່ງກ່າວແມ່ນສ້າງໂລກແຫ່ງຄວາມລະເມີເຟີຝັນໃຫ້ປະກົດຜົນເປັນຈິງ, ວາດພາບຢ່າງຄົບຖ້ວນ ແລະ ມີຊີວິດຊີວາກ່ຽວກັບຮູບພາບກຸງເກົ່າເຫ້ວ ແລະ ບັນດາເລື່ອງລາວດ້ານວັດທະນະທຳ, ປະຫວັດສາດຂອງເຂດນີ້ ເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວເມື່ອມາຢ້ຽມຢາມ. ທ່ານນາງ ເລທິແທງບິ່ງ, ຫົວໜ້າພະແນກການຮ່ວມມືກັບຕ່າງປະເທດ, ສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸງເກົ່າເຫ້ວ, ໃຫ້ຮູ້ວ່າ.
        “ນີ້ແມ່ນບາດກ້າວບຸກທະລຸໃໝ່ໃນການນຳໃຊ້ເຕັກໂນໂລຊີເໝືອນຈິງ VR ເຂົ້າໃນການຮັບໃຊ້ນັກທ່ອງທ່ຽວ ແລະ ປາດຖະໜາຢາກສ້າງຜະລິດຕະພັນທີ່ໃໝ່ອ່ຽມ ແລະ ດຶງດູດ, ໂດຍສະເພາະແມ່ນ scan ທັງໝົດບັນດາເຂດປູຊະນີຍະສະຖານນັ້ນ ແລະ ຄົ້ນຄວ້າບັນດາກິດຈະກຳທີ່ຖືກສູນຫາຍໄປທັງໝົດ, ໂດຍອີງໃສ່ປື້ມປະຫວັດສາດ, ຮູບຖ່າຍຂອງສະໄໝເຈົ້າຊີວິດ ຫງວຽນ, ຟື້ນຟູຄືນຕາມເຕັກໂນໂລຊີດີຈີຕອນ ເພື່ອຮັບໃຊ້ໃຫ້ຄວາມຕ້ອງການລະຫຼິ້ນບັນເທິງ ແລະ ທ່ອງທ່ຽວຂອງນັກທ່ອງທ່ຽວ”.

ນັກທ່ອງທ່ຽວອາດຈະເຫັນທົ່ວເຂດພະລາຊະວັງເຫ້ວ ໃນເມື່ອກ່ອນ ແລະ ສຳລັບການບໍລິການເຄື່ອງແລ່ນ (Treadmills) ຢູ່ກັບທີ
(ພາບ: baogiaothong.vn)
      ເຂົ້າຮ່ວມລາຍການທ່ອງທ່ຽວເໝືອນຈິງດ້ວຍແວ່ນ Gear treadmills “ໄປຊອກຫາພະລາຊະວັງທີ່ຖືກສູນຫາຍ”, ນັກທ່ອງທ່ຽວຈະໄດ້ເຫັນພະລາຊະວັງເຫ້ວ ໃນ 200 ປີກ່ອນນີ້ ເພື່ອຄົ້ນຫາຄວາມງາມແບບເຄັ່ງຂຶມຂອງພະລາຊະວັງເຫ້ວ ຈາກບ່ອນສູງ. ນັກທ່ອງທ່ຽວກໍ່ຈະເຫັນທຸກຊອກມູມຂອງພະລາຊະວັງຜ່ານການບໍລິການ ປາພະຄານ (Beacon) ເພື່ອກຳແໜ້ນບັນດາຂໍ້ມູນໄດ້ຢ່າງງ່າຍດາຍ ແລະ ເຫັນໄດ້ບັນດາກິດຈະກຳໃນເມື່ອກ່ອນ. ສຳລັບການບໍລິການກ້ອງສ່ອງ (Telescope) ນັກທ່ອງທ່ຽວອາດຈະເຫັນທົ່ວເຂດພະລາຊະວັງເຫ້ວ ໃນເມື່ອກ່ອນ ແລະ ສຳລັບການບໍລິການເຄື່ອງແລ່ນ (Treadmills) ຢູ່ກັບທີ, ນັກທ່ອງທ່ຽວອາດຈະໄດ້ໄປມາຢ່າງເສລີໃນທົ່ວບໍລິເວນພະລາຊະວັງຜ່ານຮູບແບບເໝືອນຈິງໂດຍໃຊ້ແວ່ນ VR… ນັກທ່ອງທ່ຽວທີ່ເຂົ້າຮ່ວມບັນດາລາຍການທ່ອງທ່ຽວດ້ວຍແວ່ນ Gear VR ໃຫ້ຮູ້ວ່າ.
        “ເຕັກໂນໂລຊີ 3 ມິຕິ ແມ່ນມີຄວາມສະດວກໃນຍາມພວກເຮົາເບິ່ງ. ຕົວຢ່າງຄື, ເມື່ອພວກເຮົາໄປພ້ອມກັບຄະນະ ຫຼື ໄປຜູ້ດຽວ, ພວກເຮົາພຽງແຕ່ເບິ່ງບັນດາສິ່ງທີ່ຕົນເອງມັກ ແລະ ກໍ່ມີບາງສິ່ງທີ່ພວກເຮົາບໍ່ຮູ້ຈັກເບິ່ງ. ແຕ່ເຕັກໂນໂລຊີ 3 ມິຕິ ນີ້ ເຂົາເຈົ້າໄດ້ແນະນຳຢ່າງລະອຽດ ແລະ ຈະແຈ້ງ, ຄົບຖ້ວນກວ່າ, ຊ່ວຍໃຫ້ນັກທ່ອງທ່ຽວໄດ້ຊົມທັງໝົດບັນດາສິ່ງທີ່ເຮົາຕ້ອງການ, ສິ່ງທີ່ເຮົາຢາກເບິ່ງ ຫຼື ສິ່ງທີ່ບໍ່ຮູ້ກໍ່ລ້ວນແຕ່ໄດ້ເຫັນ. ເວົ້າລວມແລ້ວເຕັກໂນໂລຊີ 3 ມິຕິສ້າງຄວາມສະດວກທີ່ສຸດ”.
        “ຂ້າພະເຈົ້າຢາກເບິ່ງຮູບມັງກອນ, ດ້ວຍເຕັກໂນໂລຊີ 3 ມິຕິ ນີ້, ຂ້າພະເຈົ້າຈະ ເຫັນຕາ, ປາກຂອງມັງກອນແມ່ນຄືແນວໃດ ແລະ ມັງກອນຈະເປັນໂຕແນວໃດ. ຊອັບແວນັ້ນຊ່ວຍໃຫ້ຂ້າພະເຈົ້າເຫັນໄດ້ລາຍລະອຽດ, ຢາກຊອກຮູ້ກ່ຽວກັບຂົງເຂດໃດເຮົາກໍ່ກົດເຂົ້ານັ້ນເພື່ອຊົມເບິ່ງ”.
        ໂຄງການທ່ອງທ່ຽວເໝືອນຈິງດ້ວຍແວ່ນ Gear VR - “ໄປຊອກຫາພະລາຊະວັງທີ່ຖືກສູນຫາຍ” ໄດ້ສ້າງຜະລິດຕະພັນການບໍລິການທ່ອງທ່ຽວໃໝ່ຂອງເຫ້ວ, ເຊິ່ງໄດ້ຈັດຕັ້ງການຮັບໃຊ້ນັກທ່ອງທ່ຽວເປັນປະຈຳ ເພື່ອສະໜອງຂໍ້ມູນຂ່າວສານ, ການບໍລິການບັນເທິງທີ່ເປັນເອກະລັກສະເພາະຜ່ານເຕັກໂນໂລຊີ VR ບຸກທະລຸແຖວໜ້າຢູ່ຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນການກຳນົດທິດຍຸດທະສາດຍົກລະດັບ, ເປີດກວ້າງບັນດາຮູບແບບການບໍລິການບັນເທິງເພື່ອຮັບໃຊ້ນັກທ່ອງທ່ຽວຢູ່ເຂດມໍລະດົກເຫ້ວ ໃນໄລຍະຈະມາເຖິງ. ປະສິດທິຜົນຂອງໂຄງການດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນຜ່ານແງ່ມູມທາງດ້ານເສດຖະກິດ, ໂຄສະນາເຜີຍແຜ່ກ່ຽວກັບບັນດາຄຸນຄ່າວັດທະນະທຳເຫ້ວ ເທົ່ານັ້ນ, ຫາກຍັງສ້າງຮູບການໃໝ່ທີ່ນຳໃຊ້ເຕັກໂນໂລຊີສູງເພື່ອເຜີຍແຜ່ຄວາມຮູ້ດ້ານປະຫວັດສາດ, ວັດທະນະທຳ, ສະຖາປັດຕະຍາກຳເຖິງປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ, ປຸກລຸກຄວາມເອກອ້າງທະນົງໃຈຕໍ່ປະເທດຊາດອີກດ້ວຍ. ໃນວິວັດການປະຕິບັດບັນດາໂຄງການ, ບັນດາເນື້ອໃນ VR ຈະໄດ້ອັບເດັດເປັນປະຈຳ ເພື່ອແນໃສ່ຍົກສູງລັກສະນະດຶງດູດຂອງເຕັກໂນໂລຊີບັນເທິງທີ່ທັນສະໄໝ ແລະ ຮັບໃຊ້ໃຫ້ນັກທ່ອງທ່ຽວມາຢ້ຽມຢາມຢູ່ພະລາຊະວັງເຫ້ວ ໃຫ້ເປັນຢ່າງດີກວ່າ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top