• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂົ້າຮ່ວມກອງປະຊຸມ WCSP5: ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ

      ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ປະທານສະພາແຫ່ງຊາດບັນດາປະເທດໃນໂລກ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ໃນລະຫວ່າງວັນທີ 5 – 7 ກັນຍາ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໂດຍກົງ. 
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້  (ພາບ: TTXVN)
      ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະຫະພັນ ລັດຖະສະພາສາກົນ (IPU) Duarte Pacheco, ປະທານສະພາແຫ່ງຊາດ ໂອຕາລິດ Wolfgang Sobotka, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ປະທານສະພາແຫ່ງຊາດບັນດາປະເທດໃນໂລກ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ໃນລະຫວ່າງວັນທີ 5 – 7 ກັນຍາ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໂດຍກົງ. ນີ້ກໍແມ່ນການຢ້ຽມຢາມ ເອີຣົບ ຄັ້ງທຳອິດຂອງຜູ້ນຳໜ້າສະພາແຫ່ງຊາດ ຫວຽດນາມ ພາຍຫຼັງຖືກຂາດວັກຂາດຕອນຍ້ອນໂລກລະບາດໂຄວິດ - 19 ເຊິ່ງບັນດາການເຄື່ອນໄຫວທາງການທູດສ່ວນຫຼາຍແມ່ນຖືກດຳເນີນຕາມຮູບແບບທາງໄກ.
        ໃນຂອບເຂດຂອງກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຈະມີບັນດາການເຄື່ອນໄຫວພົບປະສອງຝ່າຍກັບການນຳ IPU, ປະທານລັດຖະສະພາຈຳນວນໜຶ່ງ, ປະທານສະພາແຫ່ງຊາດ ໂອຕາລິດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ພົບປະກັບບັນດາວິສາຫະກິດ ໂອຕາລິດ…
        ກອງປະຊຸມດັ່ງກ່າວ ມີຫົວຂໍ້ “ການນຳພາຂອງລັດຖະສະພາ ເພື່ອການຮ່ວມມືຫຼາຍຝ່າຍຢ່າງມີປະສິດທິຜົນກວ່າ ແນໃສ່ນຳມາເຊິ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ໂລກ”. ໃນນັ້ນ ຈະມີບັນດາວາລະປຶກສາຫາລືກ່ຽວກັບບັນດາບັນຫາຄື: “ການຮັບມືກັບໂລກລະບາດໂຄວິດ - 19 ແລະ ສິ່ງທ້າທາຍ ສຳລັບກົນໄກຮ່ວມມືຫຼາຍຝ່າຍໃນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ”; “ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ - 19”; “ຕ້ານຂໍ້ມູນຂ່າວບໍ່ມີມູນຄວາມຈິງ….
 (ແຫຼ່ງຄັດຈາກ VOV)
 

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top