• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກະກຽມບັນດາວິທີການຮັບມືກັບໄພນ້ຳຖ້ວມ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນກະກຽມວິທີການຮັບມືກັບນ້ຳຖ້ວມທີ່ຮ້າຍແຮງ, ລະດົມພາຫະນະ, ອຸປະກອນຢູ່ກັບທີ່; ປ້ອງກັນຊີວິດອິນຊີໃຫ້ແກ່ເດັກນ້ອຍ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
ວັນທີ 23 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ໄດ້ໄປກວດກາສະພາບ ນ້ຳຖ້ວມຢູ່ບັນດາເມືອງໃນແຂວງ ດົ່ງທາບ ແລະ ຊີ້ນຳວຽກງານການປ້ອງກັນ, ຕ້ານນ້ຳຖ້ວມ ສຳລັບບັນດາແຂວງຖືກຜົນສະທ້ອນຄື: ດົ່ງທາບ, ອານຢາງ, ກຽນຢາງ ແລະ ລອງອານ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນກະກຽມວິທີການຮັບມືກັບນ້ຳຖ້ວມທີ່ຮ້າຍແຮງ, ລະດົມພາຫະນະ, ອຸປະກອນຢູ່ກັບທີ່; ປ້ອງກັນຊີວິດອິນຊີໃຫ້ແກ່ເດັກນ້ອຍ, ຈັດຕັ້ງການເບິ່ງແຍງພວກຫຼານ, ຍົກຍ້າຍບັນດາຄອບຄົວຢູ່ເຂດດິນເຊາະເຈື່ອນໄປເຖິງເຂດປອດໄພ ແລະ ບໍ່ປະໃຫ້ຄອບຄົວໃດຖືກອຶດຫິວຍ້ອນຜົນສະທ້ອນຈາກນ້ຳຖ້ວມ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ສະເໜີໃຫ້ບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຈົ່ງຍູ້ແຮງການປະຕິບັດມະຕິຂອງລັດຖະບານກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
(​ແຫຼ່ງຄັດ​ຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top