• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ​ເຊີດ​ຊູ​ເສື້ອ​ຍາວມູນ​ເຊື້ອ​ໃນ​ງານ​ບຸນ “ສີ​ສັນ​ຈ່າງ​ອານ”

ງານບູນນອນໃນບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງເສື້ອຍາວ ເຊິ່ງໄດ້ ແລະ ພວມດຳເນີນຢ່າງຟົດຟື້ນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ຕາມການຊີ້ນຳຂອງກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ, ແລະ ສູນກາງສະຫະພັນແມ່ຍິງຫວຽດນາມ.

ບັນດາຜູ້ແທນເຂົ້າຮ່ວມງານບຸນ “ສີສັນຈ່າງອານ” ແຫ່ຂະບວນ (ພາບ: TTXVN) 

ຕອນເຊົ້າວັນທີ 29 ພະຈິກ, ຢູ່ບໍລິເວນໜອງຮ່ວານກ໊ຽມ, ສະຫະພັນແມ່ຍິງນະຄອນຮ່າໂນ້ຍ ໄດ້ຈັດຕັ້ງງານບຸນເສື້ອຍາວດ້ວຍຫົວຂໍ້ວ່າ “ສີສັນຈ່າງອານ”. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດໂຄງການ “ຮ່າໂນ້ຍເຊື່ອມຕໍ່ - ພັດທະນາ” ໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຊີ້ນຳປະຕິບັດ, ດ້ວຍຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການເຊີດຊູຄູນຄ່າຂອງເສື້ອຍາວ ຊື່ງແມ່ນສັນຍາລັກຂອງຄວາມງາມດ້ານຈິດໃຈຂອງແມ່ຍິງຫວຽດນາມ.

ທີ່ງານບຸນ, ມີພະນັກງານ, ສະມາຊິກສະຫະພັນ, ແມ່ຍິງນະຄອນ, ບັນດາເດັກຍິງ, ນັກຮຽນຍິງ… ກ່ວາ 500 ຄົນ ໄດ້ນຸ່ງເສື້ອຍາວທີ່ມີຫຼາຍສີ ເຂົ້າຮ່ວມການແຫ່ຂະບວນ. ງານບູນນອນໃນບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງເສື້ອຍາວ ເຊິ່ງໄດ້ ແລະ ພວມດຳເນີນຢ່າງຟົດຟື້ນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ຕາມການຊີ້ນຳຂອງກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ, ແລະ ສູນກາງສະຫະພັນແມ່ຍິງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top