• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນຂອງທ່ານອະດີດນາຍົກລັດຖະມົນຕີ Suga ແລະ ທ່ານປະທານ Nikai ກໍ່ຄື ບັນດາສະມາຊິກໃນສະຫະພັນສະມາຊິກລັດຖະສະພາເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊ່ີງກ້ວາງຂວາງລະຫວ່າງ 2 ປະເທດ
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການພົບປະ)
      ຕອນເຊົ້າວັນທີ 23 ພະຈິກ, ຢູ່ ໂຕກຽວ, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບກັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide, ທ່ານອະດີດເລຂາທິການໃຫຍ່ພັກປະຊາທິປະໄຕເສລີ ຍີ່ປຸ່ນ (LDP), ທ່ານປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Nikai Toshihiro ແລະ ບັນດາສະມາຊິກສະຫະພັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ ຂອງທ່ານອະດີດນາຍົກລັດຖະມົນຕີ Suga ແລະ ທ່ານປະທານ Nikai ກໍ່ຄື ບັນດາສະມາຊິກໃນສະຫະພັນສະມາຊິກລັດຖະສະພາເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊ່ີງກ້ວາງຂວາງລະຫວ່າງ 2 ປະເທດໃຫ້ມີການພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນບັນດາຂົງເຂດຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງ ທຶນ ແລະ ການພົວພັນແລກປ່ຽນລະຫວ່າງປະຊາຊົນ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ທ່ານອະດີດນາຍົກລັດຖະມົນຕີ Suga, ທ່ານປະທານ Nikai ແລະ ສະຫະພັນ ສະມາຊິກລັດຖະສະພາມິດຕະພາບ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາ, ການນຳລຸ້ນໃໝ່ 2 ປະເທດ,     ພ້ອມທັງເສີມຂະຫຍາຍບົດບາດການເຊື່ອມຕໍ່ ຂອງບັນດາອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບລະຫວ່າງ 2 ປະເທດ.
        ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Nikai Toshihiro ຢັ້ງຢືນວ່າ ສະຫະພັນສະມາຊິກລັດຖະສະພາມິດຕະພາບຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນຕໍ່ການປັບປຸງ ແລະ ເພີ່ມທະວີການພົວພັນ ຫວຽດນາມ - ຍີ່ປຸ່ນ, ຊຸກຍູ້ບັນດາການເຄື່ອນໄຫວປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມເຂົ້າໃຈເຊີ່ງກັນແລະ ກັນລະຫວ່າງປະຊາຊົນ 2 ປະເທດ, ໃນນັ້ນມີໄວໜຸ່ມ, ປະກອບສ່ວນເປີດກາລະໂອກາດໃໝ່ໃຫ້ການຮ່ວມມືໃນຫຼາຍຂົງເຂດລະຫວ່າງ 2 ຝ່າຍ.
        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຜູ້ແທນໄດ້ເຂົ້າຮ່ວມພິທີສົ່ງອອກໝາກກ້ຽງນ້ອຍ Unshu ຂອງ ຍີ່ປຸ່ນ ເຖິງຕະຫຼາດ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top